Home » 5 ນິດໄສ ທີ່ເຮັດໃຫ້ທ່ານທ້ອນເງິນບໍ່ໄດ້ຈັກເທື່ອ

5 ນິດໄສ ທີ່ເຮັດໃຫ້ທ່ານທ້ອນເງິນບໍ່ໄດ້ຈັກເທື່ອ

ໂດຍ ຄໍາສັບລາວ

ເຄີຍ​ໄດ້​ຍິນບໍ່​ວ່າ ການ​ທີ່​ເຮົາ​ຈະ​ເປັນ ​ຄົນ​ຮັ່ງມີ​​ໄດ້ນັ້ນ ມັນ​ບໍ່​ໄດ້​ຂຶ້ນ​ກັບ​ວ່າ ​ເຮົາ​ຈະ​ມີ​ລາຍ​ໄດ້​ຫຼາຍ ຫຼື ໜ້ອຍ ​ແຕ່​ມັນ​ຂຶ້ນ​ກັບ​ ນິດ​ໄສ​ການ​​ໃຊ້ຈ່າຍ ​ເງິນ​ຂອງ​ເຮົາ ​ແລະ ທ່ານ​ເຄີຍ​ສົງ​​ໄສ​ບໍ່​ວ່າ: ​ໃນ​ແຕ່ລະ​ເດືອນ ​ເຮົາ​ຄື​ບໍ່​ມີ​ເງິນ​ເຫຼືອ​​ໃນ​ບັນຊີ​ເລີຍ ? ທັ້ງໆທີ່​ເຮົາ​ເຮັດ​ວຽກ ​ມາ​ກໍຫຼາຍປີ​ແລ້ວ ລ​ອງມາ​ສຳຫຼວດ ຕົນ​ເອງ​ຄືນ​​ເບິ່ງວ່າ ​ເຮົາ​ມີພຶດຕິ​ກຳ ການ​ໃຊ້​ເງິນ​ດັ່ງ​ລຸ່ມ​ນີ້ຫຼື​ບໍ່ ​ເພາະ​ມັນ​ເປັນສາ​ເຫດ ​ທີ່​ເຮັດ​ໃຫ້​​ເຮົາບໍ່​ມີ​ເງິນ​ເຫຼືອ ​ໃນ​ບັນຊີ ?

  1. ເງິນ​ເດືອນ​ຂຶ້ນ​ກໍ​ຈ່າຍຫຼາຍ​ເທົ່າ​ໆທີ່​ໄດ້​ມາ.

ເງິນ​ເດືອນ​ຂຶ້ນ​ທຸກ​ປີ ​ແຕ່​ທ່ານ​ເອງ​ກໍ​ມີ​ພຶດຕິ​ກຳ​ ການ​ໃຊ້ຈ່າຍ​ເງິນ​​ຫຼາຍ​ເທົ່າ​ກັບ ​ຈຳນວນ​ທີ່​ໄດ້​ມາ ​​ເຮັດ​ແບບ​ນີ້​ຈະ​ເຫຼືອ​ເງິນ​ຢູ່​ໃສ ​ມາ​ທ້ອນ​ເນາະ ! ສະ​ນັ້ນ​, ພະຍາຍາມ​ບໍລິຫານ ​ການ​ໃຊ້​ຈ່າຍ​ເງິນ​ ທີ່​ໄດ້ມາ​ໃຫ້​ສົມດຸນ ​ກັບ​ຄ່າ​ໃຊ້​ຈ່າຍ​ທີ່​ຈຳ​ເປັນ​ເທົ່າ​ນັ້ນ.

  1. ໃຊ້​ເງິນ​ໂດຍ​ບໍ່​ຄຳ​ນຶງ​ເຖິງອະນາຄົດ.

ການ​ໃຊ້ຈ່າຍ​ເງິນ ແບບຕາມໃຈໃນມື້ນີ້ ໂດຍບໍ່ສົນວ່າ ມື້ອື່ນຈະກິນຫຍັງ ​ແລະ ບໍ່ສົນວ່າຕົນ​ເອງ ​ກໍ​ບໍ່​ໄດ້​ຮັ່ງມີພໍສ່ຳ​ໃດ ຄົນ​ທີ່​ມັກ​ຈ່າຍ​ເງິນ​ ແບບ​ບໍ່​ຄິດ​ບໍ່ຫວ່ງ ວ່າ​ຊີວິດ​ຕໍ່ໜ້າ​ ຈະ​ເປັນ​ແນວ​ໃດ​ນັ້ນ ທ່ານບໍ່ຄິດແດ່ບໍ່ວ່າ: ພຶດຕິກຳແບບນີ້ ມັນບໍ່ດີຕໍ່ຕົວທ່ານ ແລະ ຄົນອ້ອມຂ້າງ ທ່ານລອງ​ປ່ຽນ​​ ຄວາມ​ຄິດເບິ່ງວ່າ ຖ້າທ່ານສາມາດ ແບ່ງລາຍຮັບພູດໜຶ່ງ ໃຊ້ຈ່າຍ ໃນຊີວິດປະຈໍາວັນ, ອີກພູດໜຶ່ງໃຊ້ຈ່າຍ ໃນເວລາສຸກເສີນ ແລະ ອີກພູດໜຶ່ງທ້ອນໄວ້ ໃນບັນຊີ ເພື່ອໃຊ້ຈ່າຍໃນອະນາຄົດ ທ່ານ​ຈະ​ມີ​ເງິນຫຼາຍປານ​ໃດ.

  1. ຮອດ​ຍາມ​ທ້ອນ​ຈຶ່ງຊິ​ທ້ອນ​ດອກ !

ສຳລັບ​ໃຜ​ທີ່​ມັກ​ໃຊ້​ປະ​ໂຫຍ​ກນີ້​​ ໃນ​​ເວລາ​ທີ່​ຈະ​ທ້ອນ​ເງິນ ບອກ​ເລີຍ​ວ່າ ​ບໍ່​ຄວນ​ຄິດ​ແບບນີ້ ​ເພາະ​​​ເຮົາ​ເຮັດ​ວຽກ​ຈົນ​ໃຈ​ຊິ​ຂາດ ຫຼື ມີ​ເງິນ​ເດືອນ ຫຼາຍພຽງ​ໃດ​ກໍ​ຕາມ ມັນ​ກໍ​ເປັນ​ເລື່ອງ​ຍາກ ​ທີ່​ຈະ​ຮັ່ງມີ​ ຄື​ກັບ​ຄົນ​ອື່ນ​ໄດ້ ​ໃນ​ເມື່ອ​ເງິນ​ທີ່​ຊອກ​​ໄດ້​ນັ້ນ ​ເອົາ​ໄປ​ໃຊ້ຈ່າຍ​ຈົນໝົດຕົວ ຕະຫຼອດ ບໍ່​ມີ​ເຫຼືອ​ໄວ້​ໃຫ້​ທ້ອນ​ຈັກກີ​ບ​ ໃນ​ແຕ່ລະ​ເດືອນ ຖ້າ​ຍັງ​ເຮັດ​​ແບບ​ນີ້ອີກ​ຕໍ່​ໄປ ​ບອກ​ໄດ້​ເລີຍ​ວ່າ ທຸກ​ຢູ່​​ແບບ​ນີ້​​ແຫຼະ.

  1. ບໍ່​ຈົດ​ລາຍຮັບ-ລາຍຈ່າຍ

ບັນຊີ​ລາຍ​ຮັບ-​ລາຍ​ຈ່າຍ ມັນ​ມີ​ຄວາມ​ສຳຄັນຫຼາຍ ຕໍ່ກັບ​ວິຖີ​ຊີວິດ​ການ​ຈ່າຍ​ເງິນ ​ແລະ ​ໂອກາດ​ໃນ​ການ​ທ້ອນ​ເງິນ ຂອງ​ເຮົາ​ໃນ​ປັດຈຸບັນ ​ເພາະ​ຖ້າ​ເຮົາ​ມີ ​ຄວາມ​ຊັດ​ເຈນ​​​ ແຈ່ມ​ແຈ້ງ ໃນ​ການ​ຈ່າຍ​ເງິນ ​ໃນ​ແຕ່​ລະ​ມື້ວ່າ: ​ເຮົາ​ເອົາ​ເງິນ​ນັ້ນ​ໄປ​ເຮັດ​ຫຍັງ​ແດ່ ? ຈົກ​ຈ່າຍ​ເທົ່າ​ໃດ ? ​ໄດ້​ຮັບ​ເທົ່າ​​ໃດ ? ມີ​ຈຳນວນ​ຕົວ​ເລກ​ ຢ່າງ​ຄັກ​ແນ່ ​ເຮົາ​ກໍ​ຈະ​ສາມາດ ​ບໍລິຫານ​​ເງິນໄດ້​ ແບບ​ມີ​ປະສິດທິພາບ ​ໂດຍ​ສະ​ເພາະ ​ເຮົາ​ຈະ​ເຫັນ​​ເລື່ອງ ​ຄວາມ​ຈຳ​ເປັນ ​ໃນ​ການ​ຈ່າຍ​ເງິນຫຼາຍຂຶ້ນ ​ແລະ ​ເຮົາກໍ​ຈະ​ມີ​ພຶດຕິ​ກຳ​ ການໃຊ້​ຈ່າຍ​ເງິນ ​​ແບບ​ສົມ​ເຫດ​ສົມ​ຜົນ ຫຼາຍຂຶ້ນ.

  1. ຊື້​ທຸກ​ຢ່າງ​ທີ່​ຢາກ​ໄດ້ ​ແຕ່ບໍ່​ຄິດ​ຄຳ​ນຶງ​ເຖິງ​ຄວາມ​ຈຳ​ເປັນ ​ແລະ ​ຖານະ​ຕົນ​ເອງ.

ນິດ​ໄສ​ຂໍ້​ນີ້​ ຖ້າ​ຈະ​ໃຫ້​ເວົ້າ​ແບບ ​ຖືກຕ້ອງ​ແທ້ໆ​ແມ່ນ ​ໃຊ້​ຈ່າຍ​ເງິ​ນ​ແບບ ​ຟຸມ​ເຟືອຍ ​​ຫຼາຍເກີນ​ໄປ ມີ​ນິດ​ໄສຊື້​ເຄື່ອງ​ເນັ້ນ ​ຄວາມ​ຢາກ​ໄດ້ ຫຼາຍກວ່າ​ເນັ້ນ​ຄວາມ​ຈຳ​ເປັນ ຖ້າ​ນິດ​ໄສ​ແບບ​ນີ້​ ຢູ່​ກັບ​ຄົນ​ທີ່​ມັກ​ຈ່າຍ​ເງິນ ​ແບບ​ບໍ່​ຄໍານຶງ​​ເຖິງ​ຄວາມ​ຈຳ​ເປັນ ​ແລະ ສະຖານະ​ພາບ ​ການ​ເງິນ ​ຂອງ​ຕົນ​ເອງ​ແລ້ວ ຖ້າ​ເປັນ​ແບບ​ນີ້​ຕໍ່​ໄປ ໄດ້​ເງິນ​ມາ​ເທົ່າ​ໃດ ​ກໍໝົດ ຮັບຮອງ​ວ່າ​ ບໍ່​ຮັ່ງບໍ່​ມີ​ຢ່າງ​​ແນ່ນ​ອນ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!