671
ເບິ່ງໆໄປແລ້ວ ອາດຈະບໍ່ແມ່ນ ສິ່ງທີ່ຍາກ ຈົນເຮັດບໍ່ໄດ້ ແຕ່ກໍບໍ່ ແມ່ນວ່າຈະງ່າຍ ຈົນບໍ່ຕ້ອງ ພະຍາຍາມເຮັດຫຍັງເລີຍ ທຸກສິ່ງທຸກຢ່າງ ມັນຂຶ້ນຢູ່ກັບ ຕົວເຮົາເອງ ຖ້າຢາກຮັ່ງ ຢາກມີ ກໍຕ້ອງມີ ຄວາມດຸໝັ່ນ, ຊື່ສັດ, ປະຢັດ ແລະ ມີຄວາມອົດທົນພະຍາຍາມ ໃຫ້ເຖິງທີ່ສຸດ ບວກກັບນິດໄສ ທີ່ເຮົາປະຕິບັດຂຶ້ນ ມື້ນີ້ ຄຳສັລາວ ຈະມາແນະນຳ ນິດໄສເຫຼົ່ານັ້ນ ໃຫ້ທ່ານຜູ້ອ່ານ ໄດ້ຮູ້ຈັກ ແລະ ໄປປະຕິບັດ ພ້ອມໆກັນ ແລ້ວທຸກຢ່າງ ຈະປະສົບຜົນສຳເລັດ ຢ່າງແນ່ນອນ.
-
ລາຍຮັບ-ລາຍຈ່າຍເຮົາຕ້ອງຈົດໄວ້ຕະລອດເວລາ.
ຄວາມຮັ່ງມີ ບໍ່ໄດ້ເກີດຂຶ້ນ ຍ້ອນວ່າ ທ່ານທ້ອນເງິນເກັ່ງ ພຽງຢ່າງດຽວ ຫຼື ລົງທຶນເກັ່ງ ເທົ່ານັ້ນ ແຕ່ທ່ານຈຳເປັນຕ້ອງຮູ້ວ່າ ເງິນນັ້ນເຂົ້າ-ອອກ ຈາກມືທ່ານໄປໄດ້ແນວໃດ ແລະ ຍ້ອນຫຍັງ ເຊິ່ງວິທີ ທີ່ດີທີ່ສຸດ ກໍຄື ການຈົດບັນທຶກ ລາຍຮັບ-ລາຍຈ່າຍ ອາດຈະເສຍເວລາ ໄປແດ່ໜ້ອຍໜຶ່ງ ແຕ່ບອກເລີຍວ່າ ຖ້າປະຕິບັດ ຕະຫຼອດຈົນເກີດ ເປັນນິດໄສ ຈະເປັນສິ່ງ ທີ່ດີທີ່ສຸດ ໃນການໃຊ້ ເງິນຂອງທ່ານ.
-
ບໍ່ຕ້ອງເປັນໜີ້
ການເປັນໜີ້ ເປັນອຸປະສັກ ຕໍ່ການສ້າງຖານະ ທີ່ໝັ້ນຄົງ ດັ່ງນັ້ນ ຖ້າຢາກຮັ່ງ ຄວນສ້າງນິດໄສ ການບໍ່ເປັນໜີ້ ໃຫ້ກັບຕົນເອງ ບໍ່ຄວນເອົາເງິນ ໃນອະນາຄົດ ມາໃຊ້ໃນມື້ນີ້ ແລະ ບໍ່ຄວນລົງທຶນ ໃນສິ່ງທີ່ເກີນຕົວເອງ ຖ້າຈະຊື້ເຄື່ອງ ກໍຄວນຊື້ ດ້ວຍເງິນສົດ ເທົ່ານັ້ນ ແຕ່ຖ້າຈຳເປັນ ທີ່ຈະຕ້ອງມີໜີ້ ສິ່ງທີ່ກໍ່ໃຫ້ເປັນ ໜີ້ ຄວນຈະເປັນສິ່ງທີ່ກຸ້ມຄ່າ ເຊັ່ນ: ການຊື້ ອະສັງຫາລິມະຊັບເຫຼົ່ານີ້ເປັນຕົ້ນ.
-
ຮຽນຮູ້ ແລະ ພັດທະນາການຕົນເອງຢູ່ສະເໝີ
ຄົນຮັ່ງ ທີ່ແທ້ຈິງ ບໍ່ໄດ້ຮັ່ງ ພຽງແຕ່ເງິນເທົ່ານັ້ນ ແຕ່ຕ້ອງຮັ່ງດ້ວຍ ຄວາມຮູ້ຄວາມສາມາດ ນຳອີກ ດັ່ງນັ້ນນອກຈາກການທ້ອນເງິນ ໄດ້ແລ້ວ ທ່ານກໍຄວນ ທີ່ຈະໝັ່ນຮຽນຮູ້ ແລະ ພັດທະນາຕົນເອງ ຢູ່ສະເໝີ ເພາະວ່າຄົນເຮົາ ມີຄວາມຮູ້ ຄວາມສາມາດຫຼາຍຂຶ້ນ ເຮົາກໍຈະສາມາດ ເບິ່ງເຫັນຫົນທາງໃນການສ້າງ ຄວາມຮັ່ງມີ ໄດ້ຫຼາຍຂຶ້ນເລື້ອຍໆ.
-
ໃຊ້ຈ່າຍດ້ວຍເຫດຜົນ
ຄວາມສຸຂຸມ ໃຈເຢັນ ແລະ ມີເຫດຜົນ ເປັນຄຸນສົມບັດ ທີ່ຄວນມີ ຖ້າຄິດຢາກຮັ່ງມີ ເພາະນິດໄສເຫຼົ່ານັ້ນ ຈະເປັນສິ່ງທີ່ເຮັດໃຫ້ ເຮົາຫ້າມໃຈ ບໍ່ໃຫ້ທ່ານໃຊ້ຈ່າຍເງິນ ຕາມໃຈມັກ ຈົນເກີນໄປ ຈົນກາຍ ເປັນຕິດໜີ້ ແລະ ເລືອກຈ່າຍກັບສິ່ງ ທີ່ຄິດວ່າຈຳເປັນທີ່ສຸດ ສຳລັບທ່ານເທົ່ານັ້ນ.
-
ດຸໝັ່ນ ມຸ້ງໝັ້ນ ບໍ່ຍອມຍົກເລີກຄວາມຄິດງ່າຍໆ.