Home » 5 ນິດໄສ ທີ່ເຮັດໃຫ້ຄົນເຮົາຮັ່ງມີໄດ້

5 ນິດໄສ ທີ່ເຮັດໃຫ້ຄົນເຮົາຮັ່ງມີໄດ້

ໂດຍ ຄໍາສັບລາວ

​ເບິ່ງໆ​ໄປ​ແລ້ວ ອາດ​ຈະ​ບໍ່​ແມ່ນ ​ສິ່ງ​ທີ່​ຍາກ ຈົນ​​ເຮັດ​ບໍ່​ໄດ້ ​ແຕ່​ກໍ​ບໍ່​ ແມ່ນ​ວ່າ​ຈະ​ງ່າຍ ​ຈົນ​ບໍ່​ຕ້ອງ​ ພະຍາຍາມ​ເຮັດຫຍັງ​ເລີຍ ທຸກ​ສິ່ງ​ທຸກ​ຢ່າງ ​ມັນ​ຂຶ້ນ​ຢູ່​ກັບ ​ຕົວ​ເຮົາເອງ ຖ້າ​ຢາກ​ຮັ່ງ​ ຢາກ​ມີ ກໍ​ຕ້ອງ​ມີ​ ຄວາມ​ດຸໝັ່ນ, ຊື່ສັດ, ປະຢັດ ​ແລະ ມີຄວາມ​ອົດທົນ​ພະຍາຍາມ ​ໃຫ້​ເຖິງ​ທີ່​ສຸດ ບວກ​ກັບ​ນິດ​ໄສ ​ທີ່​​ເຮົາ​ປະຕິບັດຂຶ້ນ ​ມື້​ນີ້​ ຄຳສັລາວ ຈະມາ​​ແນະນຳ​ ນິດ​ໄສ​ເຫຼົ່າ​ນັ້ນ​ ໃຫ້​ທ່ານ​ຜູ້​ອ່ານ ​ໄດ້​ຮູ້ຈັກ ​ແລະ ​ໄປ​ປະຕິບັດ ພ້ອມໆກັນ ​ແລ້ວ​ທຸກ​ຢ່າງ​ ຈະ​ປະສົບ​ຜົນສຳ​ເລັດ ​ຢ່າງ​ແນ່ນອນ.

  1. ລາຍຮັບ-ລາຍຈ່າຍ​ເຮົາ​ຕ້ອງ​ຈົດ​ໄວ້​ຕະລອດ​ເວລາ.

ຄວາມ​ຮັ່ງມີ​ ບໍ່​ໄດ້​ເກີດ​ຂຶ້ນ ​ຍ້ອນ​ວ່າ​ ທ່ານ​ທ້ອນ​ເງິນ​ເກັ່ງ ​ພຽງຢ່າງ​ດຽວ ຫຼື ລົງທຶນ​ເກັ່ງ ​ເທົ່າ​ນັ້ນ ​ແຕ່​ທ່ານ​ຈຳ​ເປັນ​ຕ້ອງ​ຮູ້​ວ່າ ​ເງິນ​ນັ້ນ​ເຂົ້າ-ອອກ ຈາກ​ມື​ທ່ານ​ໄປ​ໄດ້​ແນວ​ໃດ ​ແລະ ຍ້ອນ​ຫຍັງ ​ເຊິ່ງວິ​ທີ​ ທີ່​ດີ​ທີ່​ສຸດ ​ກໍ​ຄື​ ການ​ຈົດ​ບັນທຶກ​ ລາຍ​ຮັບ-ລາຍ​ຈ່າຍ ອາດ​ຈະ​ເສຍ​ເວລາ ​ໄປ​ແດ່​ໜ້ອຍ​ໜຶ່ງ ​ແຕ່​ບອກ​ເລີຍ​ວ່າ​ ຖ້າປະຕິບັດ ​ຕະຫຼອດ​ຈົນ​ເກີດ ເປັນນິດໄສ ຈະເປັນສິ່ງ ທີ່ດີທີ່ສຸດ ໃນການໃຊ້ ເງິນຂອງທ່ານ.

  1. ບໍ່ຕ້ອງເປັນໜີ້

ການເປັນໜີ້ ເປັນອຸປະສັກ ຕໍ່ການສ້າງຖານະ ທີ່ໝັ້ນຄົງ ດັ່ງນັ້ນ ຖ້າຢາກຮັ່ງ ຄວນສ້າງນິດໄສ ການບໍ່ເປັນໜີ້ ໃຫ້ກັບຕົນເອງ ບໍ່ຄວນເອົາເງິນ ໃນອະນາຄົດ ມາໃຊ້ໃນມື້ນີ້ ແລະ ບໍ່ຄວນລົງທຶນ ໃນສິ່ງທີ່ເກີນຕົວເອງ ຖ້າຈະຊື້ເຄື່ອງ ກໍຄວນຊື້ ດ້ວຍເງິນສົດ ເທົ່ານັ້ນ ແຕ່ຖ້າຈຳເປັນ ທີ່ຈະຕ້ອງມີໜີ້ ສິ່ງທີ່ກໍ່ໃຫ້ເປັນ ໜີ້ ຄວນຈະເປັນສິ່ງທີ່ກຸ້ມຄ່າ ເຊັ່ນ: ການຊື້ ອະສັງຫາລິມະຊັບເຫຼົ່ານີ້ເປັນຕົ້ນ.

  1. ຮຽນຮູ້ ແລະ ພັດທະນາການຕົນເອງຢູ່ສະເໝີ

ຄົນ​ຮັ່ງ ທີ່​ແທ້​ຈິງ ​ບໍ່​ໄດ້​ຮັ່ງ​ ພຽງ​ແຕ່​ເງິນ​ເທົ່າ​ນັ້ນ ​ແຕ່​ຕ້ອງ​ຮັ່ງ​ດ້ວຍ​ ຄວາມ​ຮູ້​ຄວາມ​ສາມາດ​ ນຳ​ອີກ ດັ່ງ​ນັ້ນ​ນອກຈາກ​ການ​ທ້ອນ​ເງິນ​ ໄດ້​ແລ້ວ ທ່ານ​ກໍ​ຄວນ ​ທີ່​ຈະໝັ່ນຮຽນ​ຮູ້ ​ແລະ ພັດທະນາ​ຕົນ​ເອງ ​ຢູ່​ສະ​ເໝີ ​ເພາະວ່າ​ຄົນ​ເຮົາ​ ມີ​ຄວາມ​ຮູ້​ ຄວາມ​ສາມາດ​ຫຼາຍ​ຂຶ້ນ ​ເຮົາ​ກໍ​ຈະ​ສາມາດ ​ເບິ່ງ​ເຫັນ​ຫົນທາງ​ໃນ​ການ​ສ້າງ ​ຄວາມຮັ່ງມີ ໄດ້​ຫຼາຍ​ຂຶ້ນ​​ເລື້​ອຍໆ.

  1. ໃຊ້​ຈ່າຍ​ດ້ວຍ​ເຫດຜົນ

ຄວາມ​ສຸຂຸມ ​ໃຈ​ເຢັນ ​ແລະ​ ມີ​ເຫດຜົນ ​ເປັນ​ຄຸນສົມບັດ ​ທີ່​ຄວນ​ມີ ຖ້າ​ຄິດ​ຢາກ​ຮັ່ງມີ ​ເພາະ​ນິດ​ໄສ​ເຫຼົ່າ​ນັ້ນ​ ຈະ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້ ​ເຮົາ​ຫ້າມ​ໃຈ ​ບໍ່​ໃຫ້​ທ່ານ​ໃຊ້ຈ່າຍ​ເງິນ ຕາ​ມ​ໃຈ​ມັກ ຈົນ​ເກີນ​ໄປ ​ຈົນ​ກາຍ ​ເປັນຕິດ​ໜີ້ ​ແລະ ​ເລືອກຈ່າຍ​ກັບ​ສິ່ງ ​ທີ່​ຄິດ​ວ່າ​ຈຳ​ເປັນ​ທີ່​ສຸດ ​ສຳລັບ​ທ່ານ​ເທົ່າ​ນັ້ນ.

  1. ດຸໝັ່ນ ມຸ້ງໝັ້ນ ບໍ່​ຍອມ​ຍົກ​ເລີກ​ຄວາມ​ຄິດ​ງ່າຍໆ.

ຄວາມ​ຕັ້ງ​ໃຈ ​ເປັນ​ສິ່ງ​ທີ່​ຄວນ​ຈະ​ມີ​ ບໍ່​ວ່າ​ເລື່ອງ​ໃດ​ກໍ​ຕາມ ຖ້າວ່າ ​ມີ​ຄວາມ​ດຸໝັ່ນ​ແລ້ວ ຈະ​ຕັ້ງ​ເປົ້າໝາຍ​ໄວ້​ສູງ ພຽງ​ໃດ​ກໍ​ຕາມ ບໍ່ຫວັ່ນໄຫວ ​ແນ່ນອນ ຄື​ທີ່​ເຮົາ​ຮູ້​ກັນ​ວ່າ ການ​ຈະ​ເປັນ​ຄົນ​ຮັ່ງ ​​ໂດຍ​ທົ່ວ​ໄປ ບໍ່​ໄດ້​ເປັນ​ງ່າຍໆ ​ ເພາະ​ຈະ​ຕ້ອງ​ໃຊ້​ ຄວາມ​ອົດທົນ ​ແລະ ກົດ​ລະບຽບ​ຫຼາຍ​ຢ່າງ ​​ແຕ່​ຖ້າ​ໃຜ​ມີຄວາມ​ຕັ້ງ​ໃຈ ​ບໍ່​ຍອມ​ທໍ້​ຖອຍ​ງ່າຍໆ  ຄຳ​ວ່າ​ ເສດຖີ ​ຈະ​ຢູ່​ບໍ່​ໄກ​ເກີນ​ຄວາມຕັ້ງໃຈ ຢ່າງ​ແນ່ນອນ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!