Home » ໝູເຮັດນາ ໝາກິນເຂົ້າ

ໝູເຮັດນາ ໝາກິນເຂົ້າ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ໝາຍເຖິງ ຜູ້ທີ່ເຮັດວຽກ ດ້ວຍຄວາມພາກພຽນ ພະຍາຍາມ ພັດບໍ່ໄດ້ຮັບ ຜົນປະໂຫຍດຫຍັງ ຕອບແທນ ແຕ່ຜູ້ທີ່ ບໍ່ໄດ້ເຮັດຫຍັງ ລໍຖ້າແຕ່ ລູບແຄ່ງເລຍຂາ ພັດເປັນຜູ້ໄດ້ຮັບ ຜົນປະໂຫຍດທຸກຢ່າງ, ດັ່ງກັບນິທານ ທີ່ວ່າ: ໝູກັບໝາ ພາກັນເຮັດ. ໝູເປັນຜູ້ເຮັດວຽກ ປ້ານຄັນນາໂຕດຽວ ພໍໃກ້ທ່ຽງ ຄົນຊິມາເບິ່ງ ໝູເມື່ອຍຫຼາຍຈຶ່ງ ພັກຜ່ອນ, ສ່ວນໝາ ໄປຢຽບຄັນນາ ເຮັດຄືໂຕເປັນຜູ້ເຮັດ, ຄົນເຫັນກໍ ຍ້ອງໝາ ຕິໝູວ່າບໍ່ເຮັດວຽກຫຍັງ. ດັ່ງນັ້ນ, ການເປັນຜູ້ນຳທີ່ດີ ຄວນໃຫ້ຮູ້ເບິ່ງ ວຽກງານຕົວຈິງ ຢ່າງລະອຽດ ຖີ່ຖ້ວນກ່ອນ ຈຶ່ງຈະຮູ້ຕັດສິນ ໃຫ້ຜົນປະໂຫຍດຖືກຕ້ອງ.

(ສີລາ, 2000:4)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!