Home » ໝາເຫົ່າບໍ່ກັດ

ໝາເຫົ່າບໍ່ກັດ

ໂດຍ ຄໍາສັບລາວ

ຕາມທຳມະດາທີ່ເຫັນສ່ວນຫຼາຍ ໝາທີ່ມັກເຫົ່າເກັ່ງໆຈະບໍ່ກັດ ແຕ່ຖ້າພໍໝາທີ່ຍ່າງມາຫາມິດໆ ກັບມີຄວາມສ່ຽງ ທີ່ຈະຖືກກັດຫຼາຍກວ່າ ເຊິ່ງມີຄວາມໝາຍປຽບເຖິງ ຄົນທີ່ອວດເກັ່ງ ຫຼື ເວົ້າເກັ່ງ ແຕ່ພໍມີເຫດການເດືອດຮ້ອນແທ້ໆ ກໍບໍ່ກ້າສູ້ໜ້າ ຫຼື ໄດ້ແຕ່ເວົ້າຂາດການເຮັດວຽກຕົວຈິງ. ນອກຈາກນັ້ນ, ຍັງປຽບເຖິງ ຄົນເວົ້າຈາຮ້າຍດ່າ ເບິ່ງຄືເປັນຜູ້ທີ່ມີຄວາມເຂັ້ມງວດເຄັ່ງຄັດ ແຕ່ສຸດທ້າຍກັບໃຈດີ ບໍ່ມີຫຍັງທີ່ເປັນພິດເປັນໄພ ຕໍ່ຄົນອ້ອມຂ້າງ.

(ດວງຈັນ, 1991:33)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!