Home » ໄວປາກເສຍສິນ ໄວຕີນຕົກກົກໄມ້

ໄວປາກເສຍສິນ ໄວຕີນຕົກກົກໄມ້

ໂດຍ ຄໍາສັບລາວ

ໄວປາກເສຍສິນ ໝາຍເຖິງການເວົ້າຈາ ທີ່ບໍ່ໄດ້ຄົ້ນຄິດ ພິຈາລະນາເສຍກ່ອນ, ຄິດແນວໃດກໍເວົ້າແນວນັ້ນໂລດ ມັກຜິດພາດຄື: ການເວົ້າແບບບໍ່ສົນໃຈ ຄົນທີ່ຢູ່ອ້ອມຂ້າງ ວ່າມັນຈະກະທົບກັບເຂົາແນວໃດ ເຊິ່ງມັນສະແດງເຖິງ ຄຸນສົມບັດ, ກິລິຍາມາລະຍາດ ໃນການປາກເວົ້າທີ່ບໍ່ດີ; ຖ້າໃນທາງສາສະໜາພຸດ ແມ່ນຈະເວົ້າວ່າ ຄົນທີ່ບໍ່ສັງລວມ ໃນການປາກເວົ້າ ແມ່ນຈະເສຍສິນ. ໄວຕີນຕົກກົກໄມ້ ແມ່ນໝາຍເຖິງ ການຂຶ້ນຕົ້ນໄມ້ໄວຫຼາຍມັກຕົກ ເຊິ່ງປຽບໃສ່ຄົນ ທີ່ມີຄວາມດື້ດ້ານ, ບໍ່ຢ້ານກົວຕໍ່ຄວາມເຈັບປວດ ມັກກະທຳໃນສິ່ງທີ່ເປັນ ອັນຕະລາຍ, ບໍ່ຢູ່ເປັນບ່ອນເປັນທີ່ ເຮັດໃຫ້ຊີວິດຕົນເອງ ເປັນອັນຕະລາຍ.

(ທອງມີ, 2007:185)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!