ຄຳໂຕງໂຕຍ ໄປເສິກໄປຂ້າ ໄປຄ້າໄປຕົວະ ໂດຍ ຄໍາສັບລາວ 28/09/2021 500 ໃນສະໄໝກ່ອນ ເມື່ອມີເສິກສົງຄາມ ເພີ່ນຈະມັກເກນເອົາຊາຍສະກັນ, ເອົາຜູ້ທີ່ມີຄວາມແຂງແຮງ ຈິ່ງຈະສາມາດຂ້າສັດຕູໃຫ້ຕາຍ ແລະ ຈະໄດ້ຮັບໄຊຊະນະ, ຖ້າວ່າໄປຄ້າຂາຍ ພໍ່ຄ້າຕ້ອງມີເລຫຼ່ຽມ ຈິ່ງຈະເປັນພໍ່ຄ້າມີກຳໄລ ແລະ ຢູ່ໃນວົງການຄ້າໄດ້ ເຊັ່ນ: ຕ້ອງມີການໂຄສະນາຊວນເຊື່ອ ເພື່ອເຮັດໃຫ້ຄົນອື່ນ ຊື້ເຄື່ອງຂອງ ທີ່ຕົນເອງຂາຍ ເຊິ່ງຖ້າບໍ່ເຮັດດັ່ງນັ້ນ ກໍຈະບໍ່ໄດ້ຂາຍ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ຈິ່ງໝາຍເຖິງການໃຫ້ຮູ້ຈັກ ເຮັດວຽກງານ ຕາມໜ້າທີ່ຂອງໃຜມັນ ທີ່ຮັບຜິດຊອບຢູ່ ໃຫ້ໄດ້ດີ. (ຫຸມພັນ, 2007:35) ຄຳໂຕງໂຕຍ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ເສືອເຖົ້າຈຳສິນ 01/08/2024 ເສືອສິງກະທິງແຮດ 28/03/2024 ເສືອເຊື່ອງເລັບ 23/02/2024 ເສືອນອນກິນ 20/02/2024 ຕີປ່າໃຫ້ເສືອຢ້ານ 05/12/2023 ໃຈດີສູ້ເສືອ 17/11/2023 ນ້ຳເພິ່ງເຮືອ ເສືອເພິ່ງປ່າ 06/11/2023 ໃຈບໍ່ກ້າ ບໍ່ໄດ້ຂີ່ຊ້າງງາ 25/09/2023 ຂີ້ຊ້າງລອດ ຂີ້ມອດຄ້າງ 19/09/2023 ຕີນຊ້າງຢຽບປາກນົກ 12/09/2023