Home » ໄປເສິກໄປຂ້າ ໄປຄ້າໄປຕົວະ

ໄປເສິກໄປຂ້າ ໄປຄ້າໄປຕົວະ

ໂດຍ ຄໍາສັບລາວ

ໃນສະໄໝກ່ອນ ເມື່ອມີເສິກສົງຄາມ ເພີ່ນຈະມັກເກນເອົາຊາຍສະກັນ, ເອົາຜູ້ທີ່ມີຄວາມແຂງແຮງ ຈິ່ງຈະສາມາດຂ້າສັດຕູໃຫ້ຕາຍ ແລະ ຈະໄດ້ຮັບໄຊຊະນະ, ຖ້າວ່າໄປຄ້າຂາຍ ພໍ່ຄ້າຕ້ອງມີເລຫຼ່ຽມ ຈິ່ງຈະເປັນພໍ່ຄ້າມີກຳໄລ ແລະ ຢູ່ໃນວົງການຄ້າໄດ້ ເຊັ່ນ: ຕ້ອງມີການໂຄສະນາຊວນເຊື່ອ ເພື່ອເຮັດໃຫ້ຄົນອື່ນ ຊື້ເຄື່ອງຂອງ ທີ່ຕົນເອງຂາຍ ເຊິ່ງຖ້າບໍ່ເຮັດດັ່ງນັ້ນ ກໍຈະບໍ່ໄດ້ຂາຍ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ຈິ່ງໝາຍເຖິງການໃຫ້ຮູ້ຈັກ ເຮັດວຽກງານ ຕາມໜ້າທີ່ຂອງໃຜມັນ ທີ່ຮັບຜິດຊອບຢູ່ ໃຫ້ໄດ້ດີ.

(ຫຸມພັນ, 2007:35)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!