Home » ໄຂ່ແດງ ຫຼື ມອນໄຂ່ ໃນພາສາລາວ

ໄຂ່ແດງ ຫຼື ມອນໄຂ່ ໃນພາສາລາວ

ໂດຍ ຄໍາສັບລາວ

ການເອົາສີ ມາເປັນຊື່ຮຽກ ໃຫ້ສັດປີກ ຊະນິດທີ່ ເອີ້ນວ່າ ໄກ່ນັ້ນ ຕາມການສຶກສາ ພົບວ່າ ມີພຽງຊື່ຮຽກ ໃຫ້ໂຕຂອງມັນ ເຊັ່ນ: ໄກ່ດໍາ, ໄກ່ລາຍ, ໄກ່ຜູ້ແດງ, ໄກ່ຜູ້ປັງ, ໄກ່ດ່ອນ ຫຼື ໄກ່ແກ້ວ… ນອກນີ້ ກໍເອົາຄໍາ ທີ່ບອກລັກສະນະ ມາຮຽກເປັນຊື່ ສະເພາະ ເຊັ່ນ: ໄກ່ໂຈ້ນ ຄືເປັນໄກ່ ທີ່ຂົນໜ້ອຍ ໂດຍສະເພາະ ຂົນສ່ວນຄໍ ແລະ ກົ້ນ, ໄກ່ໂຈກ ເປັນໄກ່ທີ່ຂາຍາວ ແລະ ມີຂົນບໍ່ຫຼາຍ, ພ້ອມນີ້ກໍມີ ໄກ່ຫອນຈູ, ໄກ່ແມ່ຫ່ອຍ (ໄກ່ແມ່ທີ່ມີ ຫຼາຍຈໍ້າເປັນເມັດ ຢູ່ທົ່ວຕົວ) ແລະ ໄກ່ຫຍອງ.

ບັດນີ້ມາກ່າວເຖິງ ເລື່ອງໄຂ່ ໄດ້ພົບວ່າ: ໄຂ່ໄກ່, ໄຂ່ເປັດ, ໄຂ່ຫ່ານ ຕະຫຼອດເຖິງ ໄຂ່ເຕົ່າ, ໄຂ່ແລນ, ຂີ້ໂກະ, ຈິຈ້ຽມຕ່າງໆ ຍັງບໍ່ພົບວ່າ ໃນພາສາລາວ ໄດ້ເອົາຄຳຮຽກ ສີໄປເອີ້ນໃຫ້ ສ່ວນໃດສ່ວນໜຶ່ງ ຂອງໄຂ່ ຫຼື ທັງໝົດໜ່ວຍໄຂ່. ແຕ່ລະສ່ວນຂອງໄຂ່ ລ້ວນແຕ່ມີຊື່ ທີ່ເປັນຄໍາລາວ ຢູ່ແລ້ວ ເຊັ່ນ: ປໍ້ໄຂ່ ໝາຍເຖິງ ອັນຫຸ້ມໜ່ວຍໄຂ່, ບາງທ້ອງຖິ່ນ ກໍຮຽກ ເປືອກໄຂ່ ເປັນທາດປູນ ທີ່ບວບບາງ ບໍ່ທົນທານຕໍ່ ການກະທົບ ຈາກແນວແຂງ. ກ້າມໄຂ່ ໝາຍເຖິງ ເນື້ອສ່ວນໃນ ຂອງໄຂ່ ຖັດຈາກປໍ້, ເປັນສີຂາວ ສະຫຼົວ ໃນພາວະດິບ ຫຼື ສຸກ ກໍເອີ້ນ ກ້າມໄຂ່ ບໍ່ແມ່ນໄຂ່ຂາວ ດັ່ງພາສາໄທ.

ມອນໄຂ່: ໝາຍເຖິງສ່ວນໃນ ຂອງໄຂ່ ຖັດຈາກ ກ້າມໄຂ່, ເປັນສີເຫຼືອງອ່ອນ, ໃນພາວະດິບ ຫຼື ສຸກ ກໍເອີ້ນວ່າ ມອນ ຫຼື ມອນໄຂ່ ບໍ່ແມ່ນ ໄຂ່ແດງ ດັ່ງຄໍາ ໃນພາສາໄທ. ກ້າມໄຂ່ ແລະ ມອນໄຂ່ ຕ່າງກໍມີເນື້ອລະມຸນລະໄມ ນຽນໆ. ຄໍາວ່າກ້າມ ໃນລັກສະນະ ຂອງກ້າມໄຂ່ນີ້ ບາງທ້ອງຖິ່ນ ກໍນໍາໄປຮຽກໃຫ້ ໃນໝາກພ້າວຄື: ກ້າມໝາກພ້າວ ແຕ່ບາງຖິ່ນເອີ້ນ ເນື້ອໝາກພ້າວ. ສ່ວນຄໍາວ່າ ມອນ ກໍພົບການໃຊ້ ຄວາມໝາຍນີ້ ຮຽກໃຫ້ໝາກໄມ້ຊະນິດໜຶ່ງ ທີ່ມີສີເຫຼືອງອ່ອນ ເມື່ອສຸກ ເນື້ອກໍ ນຽນຄ້າຍກັບ ມອນໄຂ່ ສະນັ້ນວ່າ ໝາກມອນໄຂ່ ບໍ່ແມ່ນ ໝາກໄຂ່ແດງ. ສ່ວນໄຂ່ແດງກໍມີ ຫາກແມ່ນໄຂ່ ທີ່ເອືອບດ້ວຍ ສິ່ງປະສົມກັນ ເຊັ່ນ: ເກືອເຖົ່າ, ແປ້ງສີ ອອນແກມແດງ ພາໃຫ້ເປືອກໄຂ່ ທັງໜ່ວຍ ເປັນສີແດງຫຸ່ມ (ບໍ່ແມ່ນແດງແຈດ) ໄຂ່ແດງຊະນິດນີ້ ເປັນພຽງສີພາຍນອກ ທີ່ຄົນສ້າງໃຫ້ ສ່ວນທາງໃນ ຂອງໄຂ່ ເປັນສີດໍາ. ໄຂ່ແດງ ໃນພາສາລາວ ເປັນຊື່ຂອງ ໄຂ່ຊະນິດນີ້ ແລະ ແດງເພາະເຮັດໃຫ້ ມັນແດງ, ສ່ວນຄໍາວ່າ ໄຂ່ຂາວ ກໍມີ ຫາກເປັນຊື່ ທີ່ເອີ້ນໃຫ້ ໄຂ່ໃດກໍໄດ້ ທີ່ມີສີຂອງປໍ້ ຂອງມັນເປັນ ສີຂາວ.

ຮັກພາສາຂອງເຮົາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!