ຄຳໂຕງໂຕຍ ໄຂຢາຕໍ່ໜ້າແຂກ ໂດຍ ຄໍາສັບລາວ 27/08/2021 318 ການທີ່ໄຂຢາ ຕໍ່ໜ້າແຂກ ໃນທີ່ນີ້ ໝາຍເຖິງ ການແກະຫໍ່ຢາສູບ ເພື່ອຈະເອົາ ຢາເສັ້ນມາພັນ ເປັນກອກຢາສູບ ແລ້ວເອົາມາສູບ ຕໍ່ໜ້າຄົນອື່ນ ເມື່ອຜູ້ທີ່ມັກ ສູບຢາຄືກັນເຫັນ ກໍຂໍສູບ ແລະ ຜູ້ອື່ນເຫັນ ກໍຂໍສູບນຳເລື້ອຍໆ. ດ້ວຍເຫດນີ້, ຈຶ່ງສົ່ງຜົນໃຫ້ຕົນເອງ ໄດ້ຮັບຄວາມເດືອດຮ້ອນ. ຄຳໂຕງໂຕຍນີ້ ໝາຍເຖິງ ການເປີດເຜີຍ ຄວາມລັບ ຂອງຕົນເອງ ໃຫ້ຄົນອື່ນຮູ້ ເຊິ່ງຄົນອື່ນ ທີ່ຮັບຮູ້ນັ້ນ ອາດຄິດດີ ຫຼື ບໍ່ດີຕໍ່ຕົນ ກໍບໍ່ຮູ້. ດັ່ງນັ້ນ, ການຈະກະທຳ ສິ່ງໃດສິ່ງໜຶ່ງ ຄວນຄິດໄຕ່ຕອງ ໃຫ້ຮອບຄອບກ່ອນຈະເຮັດ ຈຶ່ງເປັນຜົນດີ ແກ່ຕົນເອງ ແລະ ຄົນອ້ອມຂ້າງ. (ດວງຈັນ, 1999:33) ຄຳໂຕງໂຕຍ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ເສືອເຖົ້າຈຳສິນ 01/08/2024 ເສືອສິງກະທິງແຮດ 28/03/2024 ເສືອເຊື່ອງເລັບ 23/02/2024 ເສືອນອນກິນ 20/02/2024 ຕີປ່າໃຫ້ເສືອຢ້ານ 05/12/2023 ໃຈດີສູ້ເສືອ 17/11/2023 ນ້ຳເພິ່ງເຮືອ ເສືອເພິ່ງປ່າ 06/11/2023 ໃຈບໍ່ກ້າ ບໍ່ໄດ້ຂີ່ຊ້າງງາ 25/09/2023 ຂີ້ຊ້າງລອດ ຂີ້ມອດຄ້າງ 19/09/2023 ຕີນຊ້າງຢຽບປາກນົກ 12/09/2023