Home » ໄກ່ກະຕາກກ່ອນໄຂ່

ໄກ່ກະຕາກກ່ອນໄຂ່

ໂດຍ ຄໍາສັບລາວ

ໄກ່ຕາມປົກກະຕິແລ້ວ ເວລາມັນໄຂ່ອອກແລ້ວມັນຈຶ່ງກະຕາກ, ຖ້າມັນກະຕາກແລ້ວບໍ່ເຫັນໄຂ່ ແມ່ນສະແດງວ່າມັນມີເຫດການ ຜິດປົກກະຕິແນ່ນອນ. ບາງທີ່ມັນອາດຕື່ນຕົກໃຈ ຫຼື ພົບເຫັນສັດຮ້າຍອັນໃດອັນໜຶ່ງກໍມີ.

ຄຳໂຕງໂຕຍນີ້, ມີຄວາມໝາຍປຽບກັບຄົນທີ່ມີຄວາມຕື່ນໂຕໄປກ່ອນ, ບໍ່ໄດ້ມີອັນໃດເກີດຂຶ້ນ ແຕ່ມີຄວາມແຕກຕື່ນໄປກ່ອນ ຫຼື ມີຄວາມໂອ້ອວດໄປກ່ອນວ່າຈະໄດ້ ຈະມີອັນໃດອັນນີ້ ແຕ່ສຸດທ້າຍແມ່ນບໍ່ມີຫຍັງເລີຍ.

(ຫຸມພັນ, 2007:4)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!