Home » ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່

ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ໝາຍເຖິງ ໃຫ້ຕື່ນແຕ່ເດິກຄືກັບກາ ຫາກິນກ່ອນໝູ່ ເພາະກາເປັນສັດ ທີ່ມັກຕື່ນແຕ່ເດິກ ເນື່ອງຈາກກາ ມີນິໄສຂີ້ລັກ ຈຶ່ງຕື່ນກ່ອນໝູ່. ດ້ວຍເຫດນີ້, ເພີ່ນໃຫ້ຄົນເຮົາຕື່ນເດິກ ຄືກາ ເພື່ອການຊອກຢູ່ຫາກິນແລ້ວ ຍັງເຮັດຕ່າງຈາກກາ. ໃນການຊອກຢູ່ຫາກິນແມ່ນ ໃຫ້ດຸໝັ່ນຂະຫຍັນ ຫາກິນ ຄືໄກ່ ທີ່ເຂ່ຍຫາເຫຍື່ອຢູ່ ຕະຫຼອດເວລາ ຈົນຮອດຄ່ຳ ເພື່ອຊອກຫາອາຫານ. ດັ່ງນັ້ນ, ຈິ່ງປຽບໃສ່ ຄືວ່າຄົນເຮົາ ຕ້ອງມີຄວາມດຸໝັ່ນ ໃນການທຳມາຫາກິນ ຈິ່ງຈະເຮັດໃຫ້ ເຮົາບໍ່ທຸກບໍ່ຍາກ, ມີຢູ່ມີກິນຕະຫຼອດເວລາ.

(ສີລາ, 2000:8)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!