ຄຳໂຕງໂຕຍ ໃສ່ບາດຢ່າຖາມພະ ໂດຍ ຄໍາສັບລາວ 14/07/2022 520 ການໃສ່ບາດ ແມ່ນການໃຫ້ທານ ແກ່ພະສົງສະມະເນນ, ແຕ່ຄົນລາວສ່ວນຫຼາຍນິຍົມກັນໃສ່ບາດ ໂດຍການນຳເອົາ ເຂົ້າປາອາຫານສຸກ ໃສ່ໃຫ້ພະສົງສະມະເນນ, ແຕ່ການທີ່ໃສ່ບາດນັ້ນ ແມ່ນເຮົາບໍ່ໄດ້ໄປຖາມ ພະກ່ອນວ່າ ຈະເອົາ ຫຼື ບໍ່ເອົາ, ເຮົາເອົາອັນໃດໃສ່ ໃຫ້ເພີ່ນກໍຮັບ. ຄຳໂຕງໂຕຍນີ້ ແມ່ນປຽບທຽບກັບຄົນເຮົາ ເວລາຈະເອົາວັດຖຸສິ່ງຂອງ ໃຫ້ຄົນອື່ນ ແລ້ວຖາມວ່າຈະເອົາບໍ? ຈະກິນບໍ? ອັນນີ້ບໍ່ຕ່າງຫຍັງກັນ ກັບເຮົາຈະໃສ່ບາດ ແລ້ວຖາມພະວ່າຈະຮັບບໍ? ເຊິ່ງເວົ້າເຖິງການ ຈະເອົາອັນໃດໃຫ້ ກໍເອົາໃຫ້ໂລດ ຕາມຄວາມເໝາະສົມ, ບໍ່ຄວນຈະຖາມກ່ອນຈຶ່ງໃຫ້. (ດວງຈັນ, 1991:34) ຄຳໂຕງໂຕຍ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ເສືອເຖົ້າຈຳສິນ 01/08/2024 ເສືອສິງກະທິງແຮດ 28/03/2024 ເສືອເຊື່ອງເລັບ 23/02/2024 ເສືອນອນກິນ 20/02/2024 ຕີປ່າໃຫ້ເສືອຢ້ານ 05/12/2023 ໃຈດີສູ້ເສືອ 17/11/2023 ນ້ຳເພິ່ງເຮືອ ເສືອເພິ່ງປ່າ 06/11/2023 ໃຈບໍ່ກ້າ ບໍ່ໄດ້ຂີ່ຊ້າງງາ 25/09/2023 ຂີ້ຊ້າງລອດ ຂີ້ມອດຄ້າງ 19/09/2023 ຕີນຊ້າງຢຽບປາກນົກ 12/09/2023