Home » ໃສ່ບາດຢ່າຖາມພະ

ໃສ່ບາດຢ່າຖາມພະ

ໂດຍ ຄໍາສັບລາວ

ການໃສ່ບາດ ແມ່ນການໃຫ້ທານ ແກ່ພະສົງສະມະເນນ, ແຕ່ຄົນລາວສ່ວນຫຼາຍນິຍົມກັນໃສ່ບາດ ໂດຍການນຳເອົາ ເຂົ້າປາອາຫານສຸກ ໃສ່ໃຫ້ພະສົງສະມະເນນ, ແຕ່ການທີ່ໃສ່ບາດນັ້ນ ແມ່ນເຮົາບໍ່ໄດ້ໄປຖາມ ພະກ່ອນວ່າ ຈະເອົາ ຫຼື ບໍ່ເອົາ, ເຮົາເອົາອັນໃດໃສ່ ໃຫ້ເພີ່ນກໍຮັບ. ຄຳໂຕງໂຕຍນີ້ ແມ່ນປຽບທຽບກັບຄົນເຮົາ ເວລາຈະເອົາວັດຖຸສິ່ງຂອງ ໃຫ້ຄົນອື່ນ ແລ້ວຖາມວ່າຈະເອົາບໍ? ຈະກິນບໍ? ອັນນີ້ບໍ່ຕ່າງຫຍັງກັນ ກັບເຮົາຈະໃສ່ບາດ ແລ້ວຖາມພະວ່າຈະຮັບບໍ? ເຊິ່ງເວົ້າເຖິງການ ຈະເອົາອັນໃດໃຫ້ ກໍເອົາໃຫ້ໂລດ ຕາມຄວາມເໝາະສົມ, ບໍ່ຄວນຈະຖາມກ່ອນຈຶ່ງໃຫ້.

(ດວງຈັນ, 1991:34)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!