Home » ໃຈດີສູ້ເສືອ

ໃຈດີສູ້ເສືອ

ໂດຍ ຄໍາສັບລາວ

ເສືອແມ່ນສັດທີ່ດຸຮ້າຍ, ມັນມັກທຳລາຍສັດຕົວອື່ນໆ ສ່ວນໃຈດີໝາຍເຖິງ ການເຮັດໃຈເຢັນໆ ບໍ່ມີຄວາມໂກດແຄ້ນ, ໂມໂຫໃດໆທັງໝົດ.

ຄຳໂຕງໂຕຍນີ້ ແມ່ນສະແດງເຖິງການວາງໂຕເສີຍໆຕໍ່ເຫດການ, ເວລາເຮົາເຂົ້າໄປຫາຄົນ ທີ່ມີອາລົມໂຫດຮ້າຍ ເຮົາຕ້ອງທຳຕົນໃຫ້ໃຈເຢັນ, ຍອມຂົ່ມໃຈຕົວເອງ ເພື່ອເອົາໃຈເຂົາກ່ອນ, ບໍ່ສະແດງອາລົມບໍ່ພໍໃຈ ຫຼື ສະແດງກິລິຍາໂກດແຄ້ນຕໍ່ເຂົາ ເພາະມັນເປັນທາງທີ່ສ່ຽງ ຕໍ່ອັນຕະລາຍ.

(ທອງມີ, 2007:168)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!