Home » ແຕ່ງດອງກັບຄົນທີ່ບໍ່ໄດ້ຮັກຄວນເຮັດແນວໃດ?

ແຕ່ງດອງກັບຄົນທີ່ບໍ່ໄດ້ຮັກຄວນເຮັດແນວໃດ?

ໂດຍ ຄໍາສັບລາວ

ປະເພນີຂອງຄົນລາວ ຄູ່ບ່າວສາວຈະໃຫ້ຄວາມເຄົາລົບ ນັບຖືພໍ່ແມ່ ເປັນແບບຢ່າງທີ່ດີ ໃນການເລືອກຄູ່ຄອງ ນັບແຕ່ການແນະນຳ ໃຫ້ຮູ້ຈັກກັບຄົນຮັກ, ການຂໍຄຳຄິດຄຳເຫັນ ແລະ  ຊ່ວຍວາງແຜນ ການເລີ່ມຕົ້ນ ຊີວິດຄູ່ ເພາະພໍ່ແມ່ ຈະມີປະສົບການ, ເປັນຄົນປູພື້ນຖານ ແລະ ສ້າງມູນມໍລະດົກ ໄວ້ໃຫ້ລູກເຕົ້າ ຊຶ່ງມີຄວາມຜູກພັນກັນ ແບບຄອບຄົວໃຫຍ່ ໃນເຮືອນຫຼັງດຽວ. ປັດຈຸບັນ ຊາວໜຸ່ມນິຍົມ ເລືອກຄູ່ແບບ ເສລີພາບ ໂດຍບໍ່ໄດ້ຄຳນຶງເຖິງ ຊີວິດຄູ່ ໃນອະນາຄົດ ຈະເປັນແນວໃດ? ຂໍພຽງແຕ່ໄດ້ເອົາກັນ ໃນເວລາທີ່ພວມຫຼົງໃຫຼ ກັບຄວາມຮັກທີ່ຫວານຊື່ນ, ບໍ່ໄດ້ມີການສຶກສາ ຮຽນຮູ້ຈິດໃຈ; ເວລາພວມມັກກັນ ຖ້າພໍ່ແມ່ສັງເກດເຫັນ ບໍ່ໝັ້ນຄົງກໍຕັກເຕືອນ, ແນະນຳ, ຫ້າມປາມ ແຕ່ຄູ່ບ່າວສາວ ກໍຈະບໍ່ຟັງສຽງຂອງພໍ່ແມ່ ໃນເມື່ອຫ້າມລູກບໍ່ຟັງຄວາມ, ພໍ່ແມ່ກໍຈຳເປັນໄດ້ ຈັດງານແຕ່ງດອງໃຫ້ ເໝື່ອນດັ່ງຄູ່ຂອງ ນ.

ນ ໄດ້ຄົບຫາເປັນແຟນ ກັບ ອ້າຍ ກ ຕັ້ງແຕ່ສະໄໝຮຽນ ຢູ່ມະຫາວິທະຍາໄລ, ພວກນ້ອງສອງຄົນ ມີນິດໄສທີ່ຕ່າງກັນຫຼາຍ, ອ້າຍ ກ ເປັນຄົນສຸພາບ, ມີຄວາມເປັນຜູ້ໃຫຍ່, ໃຈດີ ທີ່ສຳຄັນເປັນຜູ້ຊາຍ ທີ່ເຂົ້າໃຈ ແລະ ອົດທົນກັບນິດໄສນ້ອງ ຊຶ່ງນ້ອງເປັນຄົນອາລົມຮ້ອນ ແລະ ເອົາແຕ່ໃຈ.   ຫຼັງຈາກທີ່ຮຽນຈົບ ອ້າຍ ກ ໄດ້ໄປຮຽນຕໍ່ປະລິນຍາໂທ ຢູ່ຕ່າງປະເທດ ໂດຍຕິດຕໍ່ຫາກັນທາງ ໂທລະສັບທຸກມື້ ແຕ່ກໍ​ປາສະຈາກ​ບໍ່​ໄດ້ ຄວາມຫ່າງໄກ, ​ຄວາມລະແວງສົງໄສ, ບໍ່​ເຊື່ອ​ໃຈ​ກັນ ແລະ ທຸກຄັ້ງທີ່ຜິດຖຽງກັນ ນ້ອງຈະເປັນຄົນບອກ ເລີກກ່ອນ ແຕ່ອ້າຍ ກ ກໍອົດທົນ ເປັນຝ່າຍມາງໍ້ ນ້ອງຕະຫຼອດ 2 ປີ ທີ່ຢູ່ຕ່າງປະເທດ ຈົນໃນທີ່ສຸດ ຄວາມຮັກ, ຄວາມຜູກພັນ ລະຫວ່າງ ນ້ອງກັບລາວກໍ່ສິ້ນສຸດລົງ ເມື່ອອ້າຍ ກ ທົນກັບນິດໄສ ແລະ ອາລົມຂອງນ້ອງບໍ່ໄດ້ ຈຶ່ງເຮັດໃຫ້ພວກເຮົາ ຜິດກັນຢ່າງ​ຮຸນແຮງ ແລະ ບອກເລີກລາກັນ.

ເວລາຜ່ານໄປໄລຍະໜຶ່ງ ພາຍຫຼັງທີ່ຮຽນຈົບ ນ້ອງກໍໄດ້ສຸມໃສ່ ບໍລິຫານໂຮງແຮມ ທີ່ເປັນທຸລະກິດຂອງ ຄອບຄົວ ຊຶ່ງໃນໄລຍະດຽວກັນນັ້ນ ກໍມີອ້າຍ ສ  ທີ່ມາຕິດຕໍ່ດ້ານທຸລະກິດ​ ໄດ້ເຂົ້າມາພົວພັນ. ເບື້ອງຕົ້ນນ້ອງບໍ່ ໄດ້ຄິດຫຍັງ  ເພາະໃນໃຈນ້ອງຍັງລືມ ອ້າຍ ກ ບໍ່ໄດ້ ແຕ່ຄວາມຮູ້ສຶກໜຶ່ງ ກໍຄິດວ່າ ການສານສຳພັນ ກັບອ້າຍ ສ ອາດເປັນວິທີໜຶ່ງ ທີ່​ຈະຊ່ວຍໃຫ້ລືມ ອ້າຍ ກ, ທີ່ສຳຄັນ ອ້າຍ ສ ເປັນຄົນດີ, ເປັນຜູ້ໃຫຍ່ ທີ່ໃຫ້ຄຳປຶກສາ ດ້ານທຸລະກິດ ໄດ້ເປັນຢ່າງດີ. ດັ່ງນັ້ນ, ນ້ອງຈຶ່ງຕັດສິນໃຈຄົບຫາ, ໂທລົມກັນຕະຫຼອດ ໂດຍສະເພາະ ຕອນສວາຍ ອ້າຍ ສ ກໍມາຫານ້ອງທຸກມື້. ເຖິງວ່ານ້ອງຈະເປີດໃຈ ຄົບຫາກັບອ້າຍ ສ ແລ້ວກໍຕາມ ແຕ່ທຸກໆມື້ ກ່ອນນອນ ນ້ອງກໍໄດ້ຕິດຕາມ ເບິ່ງການເຄື່ອນໄຫວ ຂອງ ອ້າຍ ກ ຢູ່ເຟດສບຸກເປັນປະຈໍາ ເພາະນ້ອງຍັງຄິດຮອດ ທັງຕັດໃຈຈາກລາວບໍ່ໄດ້. ມີມື້ໜຶ່ງ ອ້າຍ ສ ຊວນໄປງານລ້ຽງສ້າງສັນ ຊຶ່ງເປັນງານ ທີ່ນ້ອງໄດ້ຮູ້ມາວ່າ ແຟນເກົ່າ ນ້ອງທີ່ຮຽນຈົບກັບມາ ຈາກຕ່າງປະເທດ ກໍຈະໄປຮ່ວມເຊັ່ນດຽວກັນ. ດັ່ງນັ້ນ ນ້ອງຈຶ່ງໄປຮ່ວມງານ ເພື່ອຫວັງວ່າຈະໄດ້ພົບກັບ ອ້າຍ ກ ແລະ ພາບຄວາມຊົງຈໍາທີ່ດີໆ ໃນຄັ້ງເກົ່າ ກໍແຊກເຂົ້າມາໃນຫົວ ໂດຍອັດຕະໂນມັດ, ຫົວໃຈເຕັ້ນບໍ່ເປັນຈັງຫວະ, ຮູ້ສຶກຫວັ່ນໄຫວ ເມື່ອພົບກັບອ້າຍ ກ ພວກເຮົາສອງຄົນ ໄດ້ລົມກັນດົນເຕີບ ຈົນເຮັດ ໃຫ້ຄວາມຮູ້ສຶກດີໆ ກັບຄືນມາ. ຈາກນັ້ນ ອ້າຍ ກ ໄດ້ຂໍຄືນດີ ແລະ ຂໍເລີ່ມຕົ້ນໃໝ່ກັບນ້ອງ ອີກຄັ້ງ ຍ້ອນຄວາມຮັກ ທີ່ຝັງຢູ່ໃນ ຫົວໃຈ ນ້ອງຈຶ່ງຕັດສິນໃຈ ກັບ​ມາຄົບອ້າຍ ກ ຊຶ່ງຫຼາຍຄົນ ກໍຄົງໄດ້ຍິນຄໍາວ່າ “ຖານໄຟເກົ່າ ບໍ່ເປົ່າ ມັນກໍລຸກ” ແລະ ຄວາມຮັກຂອງນ້ອງກັບອ້າຍ ກ ມັນກໍເປັນເຊັ່ນນັ້ນຄືກັນ.

ຕອນສວາຍຂອງມື້ຕໍ່ມາ ອ້າຍ ສ ໄດ້ມາຫານ້ອງ ຢູ່ຫ້ອງການປົກກະຕິ ນ້ອງຈຶ່ງຕັດສິນໃຈບອກລາວ ໄປວ່າ: “ນ້ອງໄດ້ຄືນດີກັບແຟນເກົ່າແລ້ວ ເພື່ອບໍ່ໃຫ້ອ້າຍ ກ ເຂົ້າໃຈຜິດ, ຕໍ່ໄປນີ້ອ້າຍ ສ ບໍ່ຄວນມາຫາທຸກມື້ ແລະ ຢາກ​ໃຫ້ຄວາມສຳພັນ ລະຫວ່າງ ເຮົາເປັນພຽງ ເພື່ອນຮ່ວມ ທຸລະກິດກັນເທົ່ານັ້ນ”. ເບິ່ງຄືວ່າທຸກຢ່າງຈົບລົງດ້ວຍດີ, ອ້າຍ ສ ບໍ່ສະແດງອາການໃດອອກມາ ແຕ່ກົງກັນຂ້າມ ໃນຕອນແລງຂອງມື້ດຽວກັນ ເມື່ອນ້ອງເລີກວຽກ ກັບເຮືອນ ກໍເຫັນອ້າຍ ສ ກັບແມ່ຂອງລາວ ມານັ່ງກິນເຂົ້າກັບພໍ່ແມ່ນ້ອງ ຢ່າງມີຄວາມສຸກ ນ້ອງກໍຮູ້ສຶກແປກໃຈວ່າ ອ້າຍ ສ ລາວມາເຮັດຫຍັງ? ຈົນພໍ່ຂອງນ້ອງ ໄດ້ບອກວ່າ ອ້າຍ ສ ເອົາຄ່າສິນສອດ ມາປົງໝົດແລ້ວ ພ້ອມທັງເອົາ​ເງິນ​ໄປຈອງ ໂຮງແຮມ ກຽມງານແຕ່ງ​ດອງ ລະຫວ່າງ ນ້ອງກັບອ້າຍ ສ ທີ່ຈະເກີດຂຶ້ນໃນ ສອງອາທິດຕໍ່ໜ້ານີ້. ເຫດການທີ່ເກີດຂຶ້ນ ເຮັດໃຫ້ນ້ອງຕົກໃຈແບບຕັ້ງຕົວບໍ່ທັນ ເມື່ອພໍ່ແມ່ ບໍ່ຖາມຄວາມເຫັນ ຂອງນ້ອງກ່ອນ, ແຕ່ນ້ອງເອງກໍບໍ່​ສາມາດ ປະຕິເສດໄດ້ ເພາະຖ້າຫາກນ້ອງປະຕິເສດ ທັງພໍ່, ແມ່ນ້ອງ ແລະ ແມ່ອ້າຍ ສ ກໍຈະເສຍໜ້າ ທັງດ້ານສັງຄົມ ແລະ ທຸລະກິດ ທີ່​ເຮັດ​ຮ່ວມ​ກັນ ກໍຈະມີບັນຫາຕາມມາ. ແຕ່ຖ້າຫາກການເສຍສະຫຼະ ແລະ ກະຕັນຍູຂອງ ນ ໃນຄັ້ງນີ້ ຈະຊ່ວຍເຮັດໃຫ້ບັນຍາກາດ ຂອງສອງຄອບຄົວມີຄວາມສຸກ, ຄວາມອົບອຸ່ນໄດ້ ນ ເຊື່ອວ່າ ຄວາມດີທີ່ເຄີຍສ້າງມາ ຈະພາໃຫ້ ນ ມີຄວາມພາກພູມໃຈ ເພາະຢ່າງໜ້ອຍ ນ ກໍເປັນຄົນເລີ່ມ ສານສຳພັນ ກັບອ້າຍ ສ ເພື່ອຢາກລືມ ອ້າຍ ກ, ທີ່ສຳຄັນ ອ້າຍ ສ ເປັນຄົນດີ, ເປັນຜູ້ໃຫຍ່ທີ່ໃຫ້ຄຳປຶກສາ ດ້ານທຸລະກິດ ໄດ້ເປັນຢ່າງດີ. ນ ຈຶ່ງຕັດສິນໃຈແຕ່ງດອງ ໂດຍບໍ່ໄດ້ຮັກ.

  1. ການແຕ່ງດອງທີ່ບໍ່ໄດ້ຖາມຄວາມຄິດເຫັນຂອງອີກຝ່າຍເປັນການກະທຳທີ່ຜິດກົດໝາຍບໍ່?

ໃນ ຂໍ້ 2 ມາດຕາ 9 ຂອງກົດໝາຍຄອບຄົວ (ສະບັບປັບປຸງ) ໄດ້ລະບຸເງື່ອນໄຂ ການເອົາກັນເປັນ ຜົວເມຍຕ້ອງມີເງື່ອນໄຂດັ່ງນີ້: “ມີຄວາມຮັກມັກ, ການຕົກລົງ ແລະ ຄວາມສະໝັກໃຈ ຂອງຄູ່ບ່າວສາວ”; ສະນັ້ນ, ການແຕ່ງດອງທີ່ບໍ່ໄດ້ຖາມ ຄວາມຄິດເຫັນຂອງອີກຝ່າຍ ອາດເປັນການກະທຳທີ່ຜິດ ກົດໝາຍໄດ້ ຊຶ່ງຕ້ອງຂຶ້ນກັບການວິນິດໄສ ຂອງສານເປັນຜູ້ຕັດສິນ.

ໂດຍ: ໄກ່ໂຕ້ງ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!