Home » ແດດອອກ ໝອກວາຍ

ແດດອອກ ໝອກວາຍ

ໂດຍ ຄໍາສັບລາວ

ແດດ ໝາຍເຖິງ ແສງແດດ, ແສງພະອາທິດ. ອອກ ໝາຍເຖິງ ຍ້າຍຈາກພາຍໃນ ມາ ພາຍນອກ, ສ່ວນ ໝອກ ໝາຍເຖິງ ລະອອງນ້ຳນ້ອຍໆ ທີ່ເບິ່ງເຫັນ ດວ້ຍຕາເປົ່າໄດ້ ເກີດຈາກການກໍ່ຕົວຂອງ ອາຍນ້ຳ ລອຍຢູ່ໃນອາກາດ. ວາຍ ໝາຍເຖິງ ຕາຍ, ຄ່ອຍສິ້ນໄປຕາມຄາວ ຫຼື ກຳນົດອາຍຸເວລາ. ດັ່ງນັ້ນ, ຄຳໂຕງໂຕຍ “ແດດອອກ ໝອກວາຍ” ຈຶ່ງໝາຍເຖິງ ຄວາມຈິງ ປາກົດເລື່ອງ ບັນຫາ ທີ່ເກີດຂຶ້ນ ກໍຖືກແກ້ໄຂໝົດ, ບັນຫາຖືກແກ້ໄຂ, ໄດ້ຮັບແສງສະຫວ່າງ.

(ດວງຈັນ, 1991:33)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!