Home » ແຍກກ່ອນຖິ້ມເພື່ອສິ່ງແວດລ້ອມທີ່ຍືນຍົງ

ແຍກກ່ອນຖິ້ມເພື່ອສິ່ງແວດລ້ອມທີ່ຍືນຍົງ

ໂດຍ ຄໍາສັບລາວ

ການລະບາດຂອງພະຍາດໂຄວິດ-19 ຖືວ່າ ເປັນວິກິດການ ທີ່ສ້າງຜົນກະທົບຫຼາຍຢ່າງ ຕໍ່ຄົນທົ່ວໂລກ ບັນຫາສໍາຄັນເລື່ອງໜຶ່ງທີ່ເກີດຂຶ້ນ ແລະ ອາດຖືກເບິ່ງຂ້າມ ຄືການເພີ່ມຂຶ້ນຂອງ ປະລິມານຂີ້ເຫຍື້ອ ຈໍານວນຫຼາຍ ໂດຍສະເພາະຂີ້ເຫຍື້ອພລາດສຕິກ ຊຶ່ງກໍໃຫ້ເກີດ ມົນລະພິດຕໍ່ສິ່ງແວດລ້ອມ.

ປະຈຸບັນປະລິມານຂີ້ເຫຍື້ອ ມີຈໍານວນຫຼວງຫຼາຍ ຍ້ອນຄົນສ່ວນຫຼາຍຍັງບໍ່ເອົາໃຈໃສ່ ໃນການແຍກຂີ້ເຫຍື້ອເທົ່າທີ່ຄວນ ຈຶ່ງເຮັດໃຫ້ບໍ່ສາມາດ ກໍາຈັດຂີ້ເຫຍື້ອ ໃຫ້ໜ້ອຍລົງໄດ້ ແລະ ເຮັດໃຫ້ປະລິມານ ຂີ້ເຫຍື້ອ ຕົກຄ້າງຫຼາຍຂຶ້ນ ຊຶ່ງກໍໃຫ້ເກີດ ມົນລະພິດຕ່າງໆ ທັງກິ່ນທີ່ບໍ່ພຶງປະສົງ, ທັງທັດສະນິຍະພາບທີ່ງົດງາມ ລວມທັງຜົນກະທົບ ຂອງສຸຂະພາບອີກດ້ວຍ.

ຂີ້ເຫຍື້ອ ແມ່ນສິ່ງເສດເຫຼືອ ຈາກຂະບວນການຜະລິດ ແລະ ອຸປະໂພກ ທີ່ເສື່ອມສະພາບ ໃນການນໍາໃຊ້ ຫຼື ບໍ່ຕ້ອງການໃຊ້ແລ້ວ ເປັນສິ່ງທີ່ຖືກຖິ້ມ ລວມມີເສດອາຫານ, ເຈ້ຍ, ພລາດສຕິກ ຊຶ່ງເປັນຂີ້ເຫຍື້ອ ທີ່ມີຈໍານວນເພິ່ມຂຶ້ນຫຼາຍທຸກມື້ ລວມມີ 4 ປະເພດຄື:

  • ຂີ້ເຫຍື້ອຍ່ອຍສະຫຼາຍໄດ້ເອງ ຕາມທໍາມະຊາດໃນໄລຍະສັ້ນ ເຊັ່ນ: ອາຫານທີ່ເສດເຫຼືອຕ່າງໆ, ໃບໄມ້, ມູນສັດ ເປັນປະເພດທີ່ຍ່ອຍໄດ້, ຖ້າຢູ່ເຮືອນມີສວນ ສາມາດນໍາໄປເຮັດຝຸ່ນຊີວະພາບ.

  • ຂີ້ເຫຍື້ອທີ່ຍ່ອຍຍາກ ບໍ່ມີພິດແຕ່ສ້າງຄວາມເປີເປື້ອນ ເຊັ່ນ: ໂຟມ, ຖົງຢາງພລາດສຕິກ, ຖົງໝີ່…

  • ຂີ້ເຫຍື້ອທົ່ວໄປ ແມ່ນຂີ້ເຫຍື້ອ ທີ່ຍ່ອຍສະຫຼາຍຍາກ ສາມາດນໍາມາລີໄຊເຄິນ (Recycle) ຫຼື ສາມາດກັບມານໍາໃຊ້ຄືນໄດ້ ແລະ ບໍ່ເປັນພິດຫຼາຍ ເຊັ່ນ: ເຈ້ຍ, ແກ້ວ, ພລາດສຕິກ, ໂລຫະ ທີ່ນໍາກັບມາໃຊ້ໄດ້ອີກຄັ້ງ.

  • ຂີ້ເຫຍື້ອອັນຕະລາຍ ແມ່ນຂີ້ເຫຍື້ອ ທີ່ມີການປົນເປື້ອນ ສານເຄມີ ທີ່ເປັນອັນຕະລາຍ ຕໍ່ຮ່າງກາຍ ແລະ ສິ່ງແວດລ້ອມ ໂດຍການຄັດແຍກ ຈະຕ້ອງລະມັດລະວັງ ບໍ່ໃຫ້ຂີ້ເຫຍື້ອອັນຕະລາຍ ແຕກຫັກ ຫຼື ມີສານເຄມີຊຶມອອກໄດ້ ເຊັ່ນ: ກັບໃສ່ຢາ, ຖ່ານໄຟສາຍ, ກະປ໋ອງສະເປ ຢາຂ້າແມງໄມ້, ດອກໄຟຟ້າ ເປັນຕົ້ນ. ສານພິດໃນຂີ້ເຫຍື້ອເຫຼົ່ານີ້ເຮັດໃຫ້ເສຍສຸຂະພາບໄດ້.

ການແຍກຂີ້ເຫຍື້ອ ຈະຊ່ວຍຫຼຸດປະລິມານ ຂີ້ເຫຍື້ອລົງ ເມື່ອແຍກປະເພດ ແກ້ວ, ເຈ້ຍ, ພລາດສຕິກ, ໂລຫະ ກໍຈະເຫຼືອແຕ່ຂີ້ເຫຍື້ອແທ້ ເພື່ອນໍາໄປກໍາຈັດນັ້ນໜ້ອຍລົງ ເຮັດໃຫ້ປະຢັດ ງົບປະມານ ໃນການກໍາຈັດນໍາອີກ, ຊ່ວຍໃນການປະຢັດພະລັງງານ ແລະ ຊັບພະຍາກອນ ໂດຍການນໍາເອົາ ວັດຖຸທີ່ເປັນ ແກ້ວ, ເຈ້ຍ, ພລາດສຕິກ, ໂລຫະ ໄປນໍາມາໃຊ້ຄືນໃໝ່ ແລະ ບາງຊະນິດກໍສາມາດຂາຍໄດ້ ຊ່ວຍເພີ່ມລາຍໄດ. ນອກນີ້ ຍັງເປັນການຊ່ວຍຮັກສາ ສິ່ງແວດລ້ອມ ຫຼຸດມົນລະພິດ ຕໍ່ໂລກອີກດ້ວຍ.

ການແຍກຂີ້ເຫຍື້ອປະເພດຕ່າງໆ ຖືກກໍານົດໃຫ້ສັງເກດ ງ່າຍໆຕາມສີສັນ ທີ່ເຄີຍໄດ້ເຫັນທົ່ວໄປ ລວມມີ ສີຂຽວ, ເຫຼືອງ, ຟ້າ, ແລະ ແດງ ຊຶ່ງແຕ່ລະສະຖານ ທີ່ກໍມີການກໍານົດສີ ເພື່ອໃຫ້ຈື່ ແລະ ສັງເກດໄດ້ງ່າຍ ໃນເວລາຖິ້ມຂີ້ເຫຍື້ອ ເພື່ອແຍກປະເພດຄື:

  1. ສີຂຽວໄວ້ຖິ້ມຂີ້ເຫຍື້ອປະເພດເສດອາຫານ.

  2. ສີເຫຼືອງໄວ້ຖິ້ມຂີ້ເຫຍື້ອປະເພດທີ່ນໍາກັບມາໃຊ້ຄືນໄດ້.

  3. ສີຟ້າໄວ້ຖິ້ມຂີ້ເຫຍື້ອປະເພດທົ່ວໄປ.

  4. ສີແດງໄວ້ຖິ້ມຂີ້ເຫຍື້ອປະເພດອັນຕະລາຍ.

ບັນຫາສິ່ງແວດລ້ອມ ຖືວ່າເປັນບັນຫາໃຫຍ່ລະດັບໂລກ ແຕ່ການຄັດແຍກ ຂີ້ເຫຍື້ອກ່ອນຖິ້ມ ເປັນວິທີທີ່ງ່າຍທີ່ສຸດ ໃນການຊ່ວຍຮັກສາ ສິ່ງແວດລ້ອມ ທີ່ເລີ່ມໄດ້ຈາກຕົວເຮົາເອງ. ການເຮັດໃຫ້ສິ່ງແວດລ້ອມ ກໍຄືການເຮັດເພື່ອຕົວເຮົາເອງ ຖ້າຫາກສິ່ງແວດລ້ອມດີ ເຮົາກໍຈະສາມາດ ດໍາລົງຊີວິດ ໄດ້ຢ່າງມີຄຸນນະພາບ ແລະ ລວມທັງປອດໄພຫຼາຍຂຶ້ນ.

ຂໍ້ມູນຈາກ: https://www.thaihealth.or

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!