Home » ແກວ່ງຕີນຫາສ້ຽນ

ແກວ່ງຕີນຫາສ້ຽນ

ໂດຍ ຄໍາສັບລາວ

ສ້ຽນ ແມ່ນ ພາກສ່ວນ ທີ່ແຍກອອກຈາກໄມ້ ແຕ່ຍັງບໍ່ທັນ ລົ່ນອອກ ຫວິດຈາກໄມ້ ມັນມີປາຍແຫຼມ ເວລາມັນປັກ ຈະມີຄວາມເຈັບປວດ ກ່ວາໜາມ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ແມ່ນປຽບກັບ ຄົນ ທີ່ມັກສອດຮູ້ສອດເຫັນ ເລື່ອງຂອງຄົນອື່ນ, ຜູ້ທີ່ມັກເຮັດສິ່ງໃດສິ່ງໜຶ່ງ ເປັນການສອດແຊກ ເຂົ້າໄປກ່ຽວກັບ ເລື່ອງຂອງຄົນອື່ນ ຈົນກາຍເປັນ ເລື່ອງເກີດຂຶ້ນກັບຕົນເອງ, ເຮັດໃຫ້ຄົນອື່ນ ດູຖູກ ຢຽບຫຍາມ ໃຫ້ເຈັບຊ້ຳນ້ຳໃຈ ຍ້ອນຕົວເອງໄປຫາເລື່ອງເຂົາກ່ອນ.

(ທອງມີ, 2007:163)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!