Home » ເຮັດນາໝົດປີ ໄຟໄໝ້ເລົ້າເຂົ້າ

ເຮັດນາໝົດປີ ໄຟໄໝ້ເລົ້າເຂົ້າ

ໂດຍ ຄໍາສັບລາວ

ການເຮັດນາ ແມ່ນມີຫຼາຍຂັ້ນຕອນ ກ່ອນຈະໄດ້ເຂົ້າມາ ຕ້ອງທຸກຍາກລຳບາກ ດ້ວຍຢາດເຫື່ອແຮງ ພໍໄດ້ເປັນເຂົ້າມາແລ້ວ ພັດໄຟມາໄໝ້ເລົ້າເຂົ້າໝົດ, ບໍ່ເຫຼືອຫຍັງ ຈະເຮັດໃຫ້ເສຍເຫື່ອແຮງ ໄປໂດຍບໍ່ມີປະໂຫຍດ. ປຽບເໝືອນຄົນເຮົາ ທີ່ສູນເສຍຜົນປະໂຫຍດ ຈາກການເສຍເຫື່ອແຮງ ທີ່ລົງມືເຮັດລົງໄປ ແຕ່ຜົນຕອບມາ ບໍ່ໄດ້ຕາມສິ່ງທີ່ຕົນເອງຫວັງ ຫຼື ຄົນອື່ນມາເອົາໄປ ຜົນສຸດທ້າຍກັບບໍ່ໄດ້ຫຍັງ.

(ຫຸມພັນ, 2007:60)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!