Home » ເຮັດນາວ່າປີໜ້າ ໄປຄ້າວ່າປີຮື

ເຮັດນາວ່າປີໜ້າ ໄປຄ້າວ່າປີຮື

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ໝາຍເຖິງການຜັດມື້ຜັດວັນ ຢູ່ຕະຫຼອດເວລາ, ຈະເຮັດຈະທຳສິ່ງໃດ ກໍບໍ່ເຮັດຈັກເທື່ອ, ປ່ຽນໄປເລື້ອຍໆ ແລ້ວກໍເຮັດບໍ່ໄດ້ ເຊິ່ງປຽບກັບຄົນຂີ້ຄ້ານ, ບໍ່ຢາກເຮັດຫຍັງ, ມີແຕ່ເວົ້າໂອ້ອວດຜູ້ອື່ນ ໄປພໍແລ້ວມື້ແລ້ວວັນ ພໍໃຫ້ເຂົາຄິດວ່າ ຕົນມີຫົວຄິດຢາກ ເຮັດວຽກເຮັດງານ ຄືກັບຄົນອື່ນໆ, ແຕ່ພໍຮອດມື້ ກໍບໍ່ເຮັດຄືເກົ່າ, ຄົນປະເພດນີ້ຈັດໄດ້ວ່າ ເປັນຄົນທີ່ບໍ່ມີຫຼັກໝັ້ນ ໃນຕົນເອງ.

(ສີລາ, 2000:8)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!