Home » ເອົາຫູໄປນາ ເອົາຕາໄປໄຮ່

ເອົາຫູໄປນາ ເອົາຕາໄປໄຮ່

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ແມ່ນສອນໃຫ້ວາງໂຕ ເປັນຄົນທີ່ບໍ່ຮູ້ບໍ່ເຫັນ ບໍ່ໄດ້ຍິນ ບໍ່ສົນໃຈ ເຮັດເປັນສົນໃຈ ນຳສິ່ງອື່ນ ທີ່ບໍ່ກ່ຽວກັບເຮົາ. ເພາະວ່າມັນ ບໍ່ມີຄວາມຈຳເປັນ ທີ່ເຮົາຈະໄປຈິງຈັງ ກັບເລື່ອງຂອງຄົນອື່ນ ເນື່ອງຈາກບາງຄັ້ງ ເຮົາຄິດວ່າ ເຮົາທຳຍ້ອນຄວາມຫວັງດີ ແຕ່ກັບໄດ້ໂທດກໍມີ. ດັ່ງນັ້ນ, ຄວນວາງເສີຍ ກັບເຫດການບາງເລື່ອງ ທີ່ບໍ່ຈຳເປັນຕໍ່ຕົນເອງ.

(ທອງມີ, 2007:187)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!