Home » ເສືອເຖົ້າຈຳສິນ

ເສືອເຖົ້າຈຳສິນ

ໂດຍ ຄໍາສັບລາວ

ເສືອເຖົ້າໝາຍເຖິງ ເສືອທີ່ມີກຳລັງວັງຊາ ບໍ່ຄ່ອຍຈະແຂງແຮງຄືເສືອໜຸ່ມ, ມັນບໍ່ສາມາດແລ່ນລ່າສັດອື່ນ ໄດ້ໂດຍງ່າຍ, ເຮັດຄືຈະບໍ່ເປັນອັນຕາລາຍໃດໆ ແຕ່ເວລາເຜີ ມັນກໍເປັນອັນຕະລາຍແທ້ໆ.

ຄຳໂຕງໂຕຍນີ້ ໝາຍເຖິງຄົນເຈົ້າເລ່ ແຕ່ສະແດງຕົວສະຫງົບສະຫງ່ຽມ, ຄ້າຍຄືກັນກັບຜູ້ເຖົ້າ ທີ່ມັກເຂົ້າວັດຟັງທຳ ແຕ່ມັກໄປຫຼິ້ນໄປທ່ຽວສາວ, ເຫັນຜູ້ສາວບໍ່ໄດ້, ມີແຕ່ຢາກຈັບຢາກບາຍເຊີຍຊົມ, ບໍ່ມີຄວາມອີ່ມໃນກາມມະລົມ.

(ທອງມີ ດວນສັກດາ, 2007:169)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!