Home » ເສືອສິງກະທິງແຮດ

ເສືອສິງກະທິງແຮດ

ໂດຍ ຄໍາສັບລາວ

ເສືອ, ສິງ, ກະທິງ, ແຮດ ເປັນສັດທີ່ມີຄວາມແຂງແຮງ, ມີຄວາມໂຫດຮ້າຍ, ສາມາດທຳລາຍ ສັດອື່ນໆໄດ້ໂດຍບໍ່ມີຄວາມເມດຕາປານີ. ຄຳໂຕງໂຕຍນີ້ແມ່ນປຽບກັບຄົນທີ່ເປັນນັກເລງ ທີ່ມີຄວາມໂຫດຮ້າຍທີ່ສຸດ, ສາມາດເຮັດໄດ້ທຸກສິ່ງທຸກຢ່າງ ໂດຍທີ່ບໍ່ຢ້ານຕໍ່ຜູ້ໃດ, ສາມາດທຳລາຍຄົນທີ່ຢູ່ອ້ອມຂ້າງໄດ້ໝົດ, ເປັນຜູ້ທີ່ບໍ່ຄວນເຂົ້າໃກ້ ເພາະເຮົາບໍ່ຮູ້ວ່າ ເຂົາຈະທຳລາຍເຮົາເວລາໃດ. ນຳໃຊ້ເຕືອນຕົນເອງໃນເວລາເດີນທາງ ເພາະເຫດການຂ້າງໜ້າ ອາດຈະພົບກັບໄພອັນຕະລາຍໄດ້.

(ອ່ອນສີ, 2007:88)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!