Home » ເສືອນອນກິນ

ເສືອນອນກິນ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ແມ່ນປຽບທຽບກັບຄົນຂີ້ຄ້ານມັກງ່າຍ, ອາໄສແຕ່ຄົນອື່ນຫາມາໃຫ້ກິນ, ໃຊ້ອຳນາດບີບບັງຄັບ ໃຫ້ຄົນອື່ນທຳຕາມໃຈຕົນ ແຕ່ຕົນນັ້ນບໍ່ເຮັດຫຍັງເລີຍ, ມີແຕ່ອອກຄຳສັ່ງ ແລະ ຖ້າກິນຢ່າງດຽວ ເຊິ່ງປຽບຄື ຖ້ວມກໍໄດ້ກິນ ແລ້ງກໍໄດ້ກິນ ແຕ່ຜູ້ທີ່ເປັນລູກນ້ອງ ເຖິງຈະບໍ່ມີກິນ ກໍບໍ່ເຄີຍສົນໃຈ. ນອກຈາກນີ້ ຍັງໝາຍເຖິງ ຜູ້ໃຫຍ່ທີ່ມີອຳນາດ, ມີບຸນວາດສະໜາ ໄດ້ກິນຢູ່ຢ່າງສະບາຍ.

(ທອງມີ, 2007:169)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!