Home » ເສນາໝາກຂີ້ກາ

ເສນາໝາກຂີ້ກາ

ໂດຍ ຄໍາສັບລາວ

ໝາຍເຖິງການເວົ້າຂີ້ຕົວະເອົາຕົວລອດ ຫຼື ເພື່ອຫວັງຜົນຕອບແທນບາງຢ່າງ ຈາກຜູ້ໃຫຍ່ນາຍໂຕ ເໝືອນກັບຄົນຮັບໃຊ້ໃກ້ຊິດ ຫຼື ບໍລິວານ ທີ່ຄອຍຖ້າແຕ່ເອົາໃຈເຈົ້ານາຍ, ບໍ່ກ້າເວົ້າຄວາມຈິງ ນາຍເວົ້າແນວໃດກໍເວົ້າຕາມ ທັງໆທີ່ຂັດກັບຄວາມເປັນຈິງ. ສຸດທ້າຍກໍເຮັດໃຫ້ເກີດ ຄວາມເສຍຫາຍແກ່ຕົນ ແລະ ເຈົ້ານາຍ. ດັ່ງນິທານທີ່ວ່າ ມື້ໜຶ່ງພະຍາຈຳປານະຄອນ ຢາກທົດລອງໃຫ້ຮູ້ວ່າ ມີເສນາອາມາດຜູ້ໃດ ທີ່ຈະຊື່ສັດແທ້ ຈຶ່ງຖືໂອກາດຫຼິ້ນ ມະໂຫລະສົບຄົບງັນ ທີ່ເສນາອາມາດໃຫຍ່ນ້ອຍທັງຫຼາຍມາໂຮມກັນ ແລ້ວກໍໃຫ້ຂ້າໃຊ້ເອົາໝາກກ້ຽງໜ່ວຍໜຶ່ງ ມາໃຫ້ພະອົງ ແລະ ເອົາໝາກຂີ້ກາ ຢາຍໃຫ້ເສນາອາມາດທັງຫຼາຍສູ່ຄົນ. ພະອົງສະເຫວີຍໝາກກ້ຽງ, ສ່ວນເສນາອາມາດກໍກິນໝາກຂີ້ກາ ເມື່ອກິນແລ້ວພະອົງເລີຍເວົ້າວ່າ “ອັນວ່າ ໝາກກ້ຽງນີ້ ເກີນວ່າຫອມຫວານແທ້ນໍ ບັນດາເສນາອາມາດທັງຫຼາຍເຫັນເປັນແນວໃດ”. ເສນາອາມາດທັງຫຼາຍ ຮູ້ດີວ່າໝາກຂີ້ກາ ທີ່ຕົນກິນເຂົ້າໄປຂົມຂື່ນ ແຕ່ກໍຕອບເປັນສຽງດຽວກັນວ່າ ໝາກກ້ຽງທີ່ພະອົງໃຫ້ ຕັ້ງຫວານຫອມຫາສິ່ງປຽບບໍ່ໄດ້. ຕໍ່ມາພະອົງເລີຍຖາມ ສຽວສະຫວາດ ວ່າ “ມະຫາບັນດິດຜູ້ສະຫຼາດ ໝາກກ້ຽງຂອງທ່ານນັ້ນ ມີລົດຊາດເປັນແນວໃດ” ສຽວສະຫວາດ ໄດ້ຕອບພະຍາວ່າ ເທວະຂ້າໄຫວ້ພະມະຫາລາດເຈົ້າ ອັນວ່າໝາກກ້ຽງທີ່ຂ້າພະບາດ ຮັບປະທານນີ້ ຕັ້ງຂົມເຝື່ອນແທ້ດີຫຼີ. ເມື່ອນັ້ນພະຍາເລີຍຖາມອີກວ່າ ເສນາທັງຫຼາຍ ກິນກໍວ່າມີລົດຫວານສູ່ຄົນ ເປັນຫຍັງທ່ານຈຶ່ງວ່າ ຂົມແຕ່ຜູ້ດຽວ. ສຽວສະຫວາດເລີຍຕອບວ່າ ຄົງແມ່ນບຸນສົມພານ ມະຫາລາດເຈົ້າ ແກ່ຍິ່ງກວ່າຟ້າ ແລະ ແຜ່ນດິນ ເອົາສັງໃຫ້ໃຜກິນ ຂົມກໍເລີຍຫວານໄປໝົດ. ຮູ້ດັ່ງນັ້ນ, ພະອົງເລີຍຖາມເສນາທັງຫຼາຍຄືນ. ເສນາທັງຫຼາຍ ເຫັນບາລະມີຂອງ ສຽວສະຫວາດ ແກ່ກ້າ ຈຶ່ງພາກັນຕອບວ່າ ຂົມແທ້ໄປນຳສຽວສະຫວາດໝົດທຸກຄົນ. ເມື່ອພະອົງຮູ້ຄວາມຈິງແລ້ວ ຈຶ່ງຮູ້ວ່າ ເສນາອາມາດທັງຫຼາຍ ບໍ່ມີຄວາມສັດຊື່ ເຫດໃດຈະສ້າງບ້ານເມືອງໄດ້ ສົມຄວນລົງໂທດເສນາທັງຫຼາຍ.

(ດວງຈັນ, 1991:33)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!