Home » ເສຍນ້ຳລາຍ ອາຍປາກ

ເສຍນ້ຳລາຍ ອາຍປາກ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ໝາຍເຖິງການເວົ້າອອກໄປ ແຕ່ບໍ່ມີຜູ້ຮັບຟັງ ທັງໆທີ່ຕ້ອງການ ຢາກໃຫ້ຄົນອື່ນ ໄດ້ຄວາມຮູ້ຈາກຕົນເອງ ຫຼື ຢາກສັ່ງສອນ ໃຫ້ລູກໃຫ້ຫຼານ ເຮັດແຕ່ສິ່ງທີ່ດີ ສິ່ງທີ່ຖືກຕ້ອງ, ແຕ່ບໍ່ມີຜູ້ໃດ ຈະສົນໃຈໃນຄຳເວົ້ານັ້ນ ເພາະພວກເຂົາ ຄິດວ່າຕົນເອງ ຮູ້ໝົດແລ້ວ ແຕ່ໃນຕົວຈິງ ບໍ່ຮູ້ຫຍັງເລີຍ ຈິ່ງເຮັດໃຫ້ ຜູ້ເວົ້າມີຄວາມອາຍ ຕໍ່ຕົນເອງຊ້ຳ.

(ອ່ອນສີ, 2007:82)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!