Home » ການຝຶກໃຫ້ລູກຄົ້ນພົບຕົນເອງ ແລະ ມີເປົ້າໝາຍຂອງຊີວິດ

ການຝຶກໃຫ້ລູກຄົ້ນພົບຕົນເອງ ແລະ ມີເປົ້າໝາຍຂອງຊີວິດ

ໂດຍ ຄໍາສັບລາວ

ຮາກຖານສໍາຄັນໃນການໃຊ້ຊີວິດ ຢ່າງມີຄວາມສຸກ ແລະ ປະສົບຄວາມສໍາເລັດ ຂອງລູກ ພໍ່ແມ່ຄື ຄົນສໍາຄັນທີ່ຈະສອນ ແລະ ຢູ່ຄຽງຂ້າງຄວາມສໍາເລັດ ຂອງລູກ ເວົ້າສະເພາະວິທີການ ຝຶກໃຫ້ລູກຮູ້ຈັກ ຄົ້ນພົບຕົນເອງ ແລະ ມີເປົ້ໝາຍຂອງຊີວິດ ສາມາດປະຕິບັດໄດ້ ດັ່ງນີ້:

1.    ໃຫ້ໂອກາດ

ໄວເດັກນ້ອຍ ເປັນໄວທີ່ສໍາຄັນຫຼາຍທີ່ສຸດ ໃນໄລຍະຊີວິດມະນຸດ ທີ່ຄວນໄດ້ຮັບໂອກາດ ຈາກຜູ້ໃຫຍ່ ທີ່ຄວນເຮັດໜ້າທີ່, ໃຫ້ໂອກາດກັບເດັກນ້ອຍ ໃຫ້ຫຼາຍທີ່ສຸດ, ພໍ່ແມ່ ຄວນເຮັດໜ້າທີ່ ຄອຍສັງເກດການ ສະໜັບສະໜູນ ໃນສິ່ງທີ່ລູກຄ່ອງແຄ້ວ ແລະ ເຮັດໄດ້ ຊຶ່ງຈະເຮັດໃຫ້ລູກ ເກີດຄວາມໝັ້ນໃຈ ແລະ ມີຄວາມພະຍາຍາມ ທີ່ຈະເຮັດສິ່ງ ທີ່ຕົນເອງມັກ. ພໍ່ແມ່ ບໍ່ຄວນພະຍາຍາມຄິດ ແລະ ຕັດສິນແທນລູກ ແຕ່ຈົ່ງປ່ຽນມາສ້າງ ບົດບາດ ການຟັງລູກໃຫ້ຫຼາຍ, ຟັງຢ່າງຕັ້ງໃຈ ເພື່ອຈະໄດ້ຮູ້ວ່າ ລູກຄິດແບບໃດ? ລູກຢາກເຮັດຫຍັງ? ໂດຍພໍ່ແມ່ ເຮັດໜ້າທີ່ເປັນ ຜູ້ແນະນໍາ ເພື່ອສົ່ງເສີມ ໃຫ້ລູກໄດ້ຮູ້ຈັກຕົເອງ ຝຶກເດັກໃຫ້ມີຄວາມຄ່ອງແຄ້ວ ດ້ານທີ່ມັກ ແລະ ແນະນໍາໃຫ້ເຂົາເຈົ້າ ປັບປຸງຈຸດອ່ອນ ຂອງຕົນເອງ.

2.    ໃຫ້ອິດສະຫຼະ

ພໍ່ແມ່ຄວນໃຫ້ອິດສະຫຼະລູກ ໃນການຄິດອ່ານ ຫຼື ເຮັດສິ່ງໃດ, ບໍ່ຄວນເປັນຜູ້ບົງການ ຊີວິດລູກວ່າ ຈະໃຫ້ລູກເຮັດອັນໃດ ຫຼື ຝາກຄວາມຫວັງ ໄວ້ກັບລູກຫຼາຍ ຈົນເກີນໄປ. ບາງຄົນໃຫ້ລູກ ສານຝັນຂອງຕົນເອງ ທີ່ບໍ່ສາມາດ ເຮັດໄດ້ສໍາເລັດ. ໂດຍບໍ່ຄໍານຶງວ່າ ລູກຈະມັກຫຼືບໍ່? ພໍ່ແມ່ຄວນເປີດໂອກາດ ໃຫ້ລູກໄດ້ສາມາດ ຕັດສິນໃຈ ໃນການເລືອກສິ່ງຕ່າງໆ ໄດ້ດ້ວຍຕົນເອງ ໂດຍພໍ່ແມ່ ມີໜ້າທີ່ຄອຍແນະນໍາ ຢູ່ຫ່າງໆ ແລະ ມອບຄວາມຝັນ ໃຫ້ຕາມຄວາມຕ້ອງການ ທີ່ມາຈາກ ຕົວລູກເອງ.

3.    ໃຫ້ລູກເຫັນຕົນເອງ

ພໍ່ແມ່ ສາມາດເຮັດໜ້າທີ່ ເປັນແວ່ນແຍງສະທ້ອນ ໃຫ້ລູກໄດ້ເຫັນຕົນເອງ ໃນມຸມຕ່າງໆ ທັງຈຸດອ່ອນ, ຈຸດແຂງ, ຈຸດດີ, ຈຸດດ້ອຍ. ການສະທ້ອນພາບດ້ວຍໄວ ແລະ ປະສົບການ ຂອງລູກອາດເຮັດໃຫ້ ລູກເບິ່ງເຫັນພາບ ຂອງຕົນເອງໄດ້ຫຼາຍຮູບແບບ ແລະ ເໝາະສົມ. ພໍ່ແມ່ ຄວນປັບຄວາມເຂົ້າໃຈ ຂອງລູກທີ່ມີຕໍ່ຕົນເອງ ໃຫ້ຖືກຕ້ອງເປັນຈິງ ໃຫ້ຫຼາຍທີ່ສຸດ, ໝາຍຄວາມວ່າ ພໍ່ແມ່ ຄວນເບິ່ງລູກ ດ້ວຍສາຍຕາ ຄວາມເປັນຈິງ, ການສອນ ແລະ ເຕືອນສະຕິ ເປັນສິ່ງຈໍາເປັນ ເພາະພໍ່ແມ່ຄື ຜູ້ທີ່ເຫັນລູກຢ່າງໃກ້ຊິດ ແລະ ສາມາດເຂົ້າໃຈ ຄວາມເປັນຕົວຕົນ ຂອງລູກຫຼາຍທີ່ສຸດ.

4.    ໃຫ້ຄວາມເຄົາລົບ

ເມື່ອລູກຊອກຫາ ແລະ ຄົ້ນພົບວ່າ ຕົນເອງມີຄວາມສາມາດ ໃນດ້ານໃດ, ມັກສິ່ງໃດ ຊຶ່ງສິ່ງນັ້ນຈະຖືກໃຈ ພໍ່ແມ່ ຫຼື ບໍ່ຖືກໃຈກໍຕາມ ພໍ່ແມ່ ກໍຄວນເຂົ້າໃຈ, ຍອມຮັບ ແລະ ເຄົາລົບ ໃນການຕັດສິນໃຈ ຂອງລູກ. ສິ່ງສໍາຄັນ ພໍ່ແມ່ ລູກຄວນສ້າງ ທັດສະນະຄະຕິ ທີ່ສາມາດລົມກັນໄດ້ ມີຄວາມເຄົາລົບ ໃນຄວາມເປັນ ມະນຸດຕໍ່ກັນ ແລະ ກັນ.

5.    ໃຫ້ປະສົບການ

ໄລຍະໄວເດັກ ເປັນໄວທີ່ມັກຖາມ, ດັ່ງນັ້ນ ຄວນເປີດໂອກາດ ໃຫ້ລູກເປັນຜູ້ຖາມ ພໍ່ແມ່ ຄວນອົດທົນຕອບ ຄໍາຖາມຂອງລູກ ພະຍາຍາມຕອບ ໃຫ້ໄດ້ຫຼາຍທີ່ສຸດ ແລະ ຄໍາຕອບ ກໍຄວນເປັນລັກສະນະ ຖາມລູກວ່າ: ແລ້ວລູກຄິດແບບໃດ? ລູກຮູ້ສຶກແບບໃດ? ເປັນຄໍາຖາມເປີດ ເພື່ອຊ່ວຍກະຕຸ້ນ ໃຫ້ລູກໄດ້ຄິດຕໍ່, ບາງຄໍາຖາມ ສາມາດມີຫຼາຍຄໍາຕອບໄດ້. ເມື່ອລູກໃຫຍ່ຂຶ້ນ ສາມາດໃຫ້ລູກ ເພີ່ມການຮຽນຮູ້ ສິ່ງອ້ອມຕົວຫຼາຍຂຶ້ນ ໄປຕາມໄວ, ຖ້າໃຫ້ລູກຮຽນຮູ້ ໃນສິ່ງທີ່ລູກສົນໃຈ ສິ່ງທີ່ລູກມັກ ກໍຈະເປັນການສ້າງແຮງ ບັນດານໃຈ ທີ່ດີສໍາລັບ ລູກຕໍ່ໄປໃນອະນາຄົດ.

6.    ໃຫ້ພັດທະນາຕົນເອງ

ລູກຄວນໄດ້ຮັບການພັດທະນາ ທັງຮ່າງກາຍ, ຈິດໃຈ, ສະຕິປັນຍາ ແລະ ສັງຄົມ ເລີ່ມຕົ້ມດ້ວຍການ ລ້ຽງດູ ແລະ ໄດ້ຮັບການພັດທະນາ ຢ່າງເໝາະສົມ, ໝາຍຄວາມວ່າ ຖ້າລູກໄດ້ຮັບ ໂອກາດທີ່ດີ ແລະ ເໝາະສົມ ກໍຈະນໍາໄປສູ່ ການພັດທະນາດ້ວຍຕົນເອງໄດ້.

7.    ໃຫ້ລົງມືເຮັດ

ການເປີດໂອກາດ ໃຫ້ລູກລອງຜິດລອງຖືກ ແມ່ນຂັ້ນຕອນ ຂອງການພັດທະນາ ຕົນເອງ. ການເປີດໂອກາດ ແມ່ນປ່ອຍໃຫ້ລູກລົງມືເຮັດ ດ້ວຍຕົນເອງ ເພາະການລົງມືເຮັດ ຄືການໄດ້ຮຽນຮູ້ ໄດ້ລອງຊອກຫາ ດ້ວຍຕົນເອງ ເຮັດໃຫ້ໄດ້ມີໂອກາດຄິດ, ວິເຄາະ ແລະ ປະເມີນໄດ້ວ່າ ລູກຄ່ອງແຄ້ວ ແລະ ມີຄວາມສາມາດ ດ້ານໃດເປັນພິເສດ.

8.    ໃຫ້ແກ້ໄຂເມື່ອຜິດພາດ

ເມື່ອລູກເຮັດສິ່ງໃດໜຶ່ງຜິດພາດ ພໍ່ແມ່ຄວນເປີດໂອກາດ ໃຫ້ລູກໄດ້ແກ້ໄຂ ລວມທັງການເຂົ້າໃຈ ທໍາມະຊາດ ຂອງເດັກນ້ອຍ ທີ່ພໍ່ແມ່ຄວນຮູ້ວ່າ ລູກຂອງເຮົາເປັນ ເດັກແບບໃດ? ບາງຄົນແຮງຮ້າຍລູກ ລູກກໍແຮງເຮັດ ເພາະເດັກມັກຈະມີພື້ນຖານ ເອົາແຕ່ໃຈຕົນເອງ. ດັ່ງນັ້ນ ພໍ່ແມ່ຄວນເຂົ້າໃຈ ທໍາມະຊາດຂອງເດັກ, ການໃຫ້ໂອກາດລູກ ຈະຊ່ວຍສ້າງຄວາມໝັ້ນໃຈ ຂອງລູກກັບມາ. ການຮູ້ຈັກຕົນເອງ ບໍ່ແມ່ນປູກຝັງ ຢູ່ແຕ່ໃນເຮືອນ ແຕ່ຕ້ອງໄດ້ຮັບ ການສົ່ງເສີມ ແລະ ຝຶກຝົນຈາກໂຮງຮຽນ ຕື່ມອີກ.

ໃນບັນດາຄວາມຮູ້ທັງຫຼາຍໃນໂລກກວ້າງ, ການຮູ້ຈັກຕົນເອງ ເປັນສິ່ງສໍາຄັນທີ່ສຸດ ເພາະຈະເປັນພື້ນຖານ ໄປສູ່ການຮຽນຮູ້ ໃນເລື່ອງອື່ນໆ ໃນໂລກກວ້າງຕໍ່ໄປ.
ຂໍ້ມູນຈາກ: https://www.rakluke.com/child-development-all/kid-development/item/8-13.html
ຮຽບຮຽງໂດຍ: ໄກ່ໂຕ້ງ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!