ຄຳໂຕງໂຕຍ ເປົ່າປີ່ໃສ່ຫູຄວາຍ ໂດຍ ຄໍາສັບລາວ 05/02/2023 451 ຄຳໂຕງໂຕຍນີ້ແມ່ນເວົ້າເຖິງຄວາມຜູກພັນຂອງຊາວລາວກັບອາຊີບເຮັດນາ. ໃນນັ້ນ, ຄວາຍກໍແມ່ນພາຫານະໜຶ່ງ ທີ່ຖືກນຳໃຊ້ເຂົ້າໃນການເຮັດນາ ແລະ ປີ່ກໍແມ່ນສິ່ງໜຶ່ງ ທີ່ໄດ້ມາຈາກເຟືອງ ໃນເວລາເກັບກ່ຽວເຂົ້າແລ້ວ ແຕ່ກ່ອນເພີ່ນມັກຈະເອົາເຟືອງ ທີ່ມີຂໍ້ມາສອຍໄປຫາຂໍ້ ແລ້ວນຳເອົາມາເປົ່າ, ເຮັດໃຫ້ມີສຽງດັງຄ້າຍຄືສຽງດົນຕີ, ແຕ່ເວລາເປົ່າໃສ່ຄວາຍ ມັນກໍບໍ່ມີຄວາມຮູ້ສຶກຫຍັງ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ຈຶ່ງມີຄວາມໝາຍວ່າ ການອະທິບາຍ, ຊີ້ແຈງແນະນຳສິ່ງຕ່າງໆ ໃຫ້ຄົນໂງ່ຟັງ ກໍ່ບໍ່ມີປະໂຫຍດ ຫຼື ເວົ້າກັບຄົນທີ່ເອົາແຕ່ໃຈຕົນເອງ ກໍບໍ່ມີປະໂຫຍດຫຍັງ ຄືກັນກັບການເປົ່າປີ່ໃສ່ຫູຄວາຍນັ້ນແຫຼະ. (ທອງມີ, 2007:180) ຄຳໂຕງໂຕຍ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ເສືອເຖົ້າຈຳສິນ 01/08/2024 ເສືອສິງກະທິງແຮດ 28/03/2024 ເສືອເຊື່ອງເລັບ 23/02/2024 ເສືອນອນກິນ 20/02/2024 ຕີປ່າໃຫ້ເສືອຢ້ານ 05/12/2023 ໃຈດີສູ້ເສືອ 17/11/2023 ນ້ຳເພິ່ງເຮືອ ເສືອເພິ່ງປ່າ 06/11/2023 ໃຈບໍ່ກ້າ ບໍ່ໄດ້ຂີ່ຊ້າງງາ 25/09/2023 ຂີ້ຊ້າງລອດ ຂີ້ມອດຄ້າງ 19/09/2023 ຕີນຊ້າງຢຽບປາກນົກ 12/09/2023