Home » ເຄັ່ງຫຼາຍຂາດ ຍານຫຼາຍຂ້ອງ

ເຄັ່ງຫຼາຍຂາດ ຍານຫຼາຍຂ້ອງ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ແມ່ນປຽບທຽບກັບສະພາບເຫດການ ໃນການປະພຶດປະຕິບັດ ໃນສາສະໜາ, ຖ້າເຄັ່ງຫຼາຍເກີນໄປ ກໍຈະເຮັດໃຫ້ ຮ່າງກາຍຮັບບໍ່ໄຫວ ບາງທີອາດເຈັບປ່ວຍໄຂ້ກໍເປັນໄດ້, ແຕ່ຖ້າຍານເກີນໄປ ກໍຈະບໍ່ປະສົບຜົນສຳເລັດ; ຖ້າເປັນລະບຽບວິໄນ ຫຼື ຫຼັກການໃນການເຮັດວຽກ ເຄັ່ງເກີນໄປກໍຈະເປັນການບີບບັງຄັບກັນ, ຕັດຄວາມເປັນສິດເສລີພາບຄົນອື່ນຫຼາຍເກີນໄປ, ເຮັດໃຫ້ຄົນອື່ນເຮັດນຳບໍ່ໄດ້, ແຕ່ຖ້າຍານເກີນໄປ ກໍຈະເຮັດໃຫ້ມີຄວາມວຸ່ນວາຍສັບສົນ, ບໍ່ເອົາໃຈໃສ່ຕໍ່ວຽກງານ; ຖ້າສົມທຽບກັບເຊືອກ ເວລາເຮົາເຄັ່ງມັນຫຼາຍມັນກໍຈະຂາດ ແລະ ເວລາຍານຫຼາຍກໍຈະຂ້ອງ. ດັ່ງນັ້ນ, ການເຮັດວຽກງານ ກໍຄວນໃຫ້ເບິ່ງຄວາມເໝາະສົມ.

(ຫຸມພັນ, 2007:8)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!