Home » ເຂົ້າໜີນາ ປາໜີນ້ຳ

ເຂົ້າໜີນາ ປາໜີນ້ຳ

ໂດຍ ຄໍາສັບລາວ

ເຂົ້າ ປົກກະຕິແລ້ວ ຈະເກີດຢູ່ໃນນາ ເຊິ່ງເປັນບ່ອນທີ່ມີນ້ຳ, ມີຝຸ່ນທີ່ອຸດົມສົມບູນ, ຖ້າເອົາໄປປູກຢູ່ບ່ອນ ທີ່ມີຫີນ, ມັນກໍບໍ່ເກີດ ແລະ ຈະຕາຍໄປເໝືອນກັບປາ ທີ່ອາໄສຢູ່ໃນນ້ຳ, ຖ້າຂາດນ້ຳແລ້ວ ປາກໍຈະຕາຍ. ຄຳໂຕງໂຕຍນີ້ ມີຄວາມໝາຍວ່າ ເມື່ອສະພາບບໍ່ອຳນວຍຄວາມສະດວກ ຫຼື ຖືກຮຸກຮານ ກໍຈຳເປັນຕ້ອງໄດ້ໜີ ອອກຈາກບ່ອນ ທີ່ເຄີຍຢູ່ອາໄສ ເພື່ອໄປຢູ່ບ່ອນທີ່ສະດວກ ແລະ ປອດໄພກວ່າ.

(ຫຸມພັນ, 2007:6)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!