Home » ເຂົ້າຫູຊ້າຍ ອອກຫູຂວາ

ເຂົ້າຫູຊ້າຍ ອອກຫູຂວາ

ໂດຍ ຄໍາສັບລາວ

ຫູແມ່ນອະໄວຍະວະຮັບສຽງ ເພື່ອລາຍງານໃຫ້ມັນສະໝອງ ວ່າຮັບຮູ້ສິ່ງໄດ້ຍິນມານັ້ນແມ່ນຫຍັງ, ຖ້າວ່າຫູ ຮັບສຽງຈາກທາງເບື້ອງຊ້າຍ ແລ້ວປ່ອຍອອກທາງເບື້ອງຂວາ ກໍຈະເຮັດໃຫ້ ຄົນເຮົາບໍ່ໄດ້ຮັບປະໂຫຍດຫຍັງເລີຍ. ຄຳໂຕງໂຕຍນີ້, ປຽບກັບຄົນ ທີ່ບໍ່ມີຄວາມເອົາໃຈໃສ່ ໃນການສຶກສາຮໍ່າຮຽນ ຫຼື ບໍ່ໃສ່ໃຈ ໃນຄູ່ສົນທະນາ ເຮັດໃຫ້ຄົນທີ່ເວົ້ານຳ ເກີດຄວາມເບື່ອໜ່າຍ.

(ທອງມີ, 2007:166)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!