Home » ຮີດສິບສອງ ຄອງສິບສີ່ ປະເພນີທີ່ຊາວພຸດເຄີຍປະຕິບັດ

ຮີດສິບສອງ ຄອງສິບສີ່ ປະເພນີທີ່ຊາວພຸດເຄີຍປະຕິບັດ

ໂດຍ ຄໍາສັບລາວ

ຊາດລາວເປັນຊາດໜຶ່ງ ທີ່ມີວັດທະນະທໍາ ຮີດ ແລະ ຄອງປະເພນີ ອັນດີງາມ ມາແຕ່ດົນນານ; ຄໍາວ່າ “ຮີດ ແລະ ຄອງ” ທ່ານເຄີຍໄດ້ຍິນ ແລະ ເອີ້ນກັນວ່າ “ຮີດຄອງ” ສະນັ້ນ ຄຳສັບລາວ ຈະມານໍາ ທ່ານຜູ້ອ່ານມາຮູ້ຈັກ ຄວາມໝາຍ ແລະ ການຕິປະບັດ “ຮີດຄອງ” ທີ່ໄດ້ສືບທອດກັນມາ.

“ຮີດຄອງ” ແມ່ນມີຄວາມໝາຍວ່າ: “ແນວທາງການປະພຶດ ທີ່ໄດ້ສືບທອດ ກັນມານັບເປັນເວລາ ດົນນານ”, ສໍາລັບຄໍາວ່າ: “ຮີດສິບສອງຄອງສິບສີ່” ແມ່ນແນວທາງ ການປະພຶດ ທີ່ເຈົ້າຟ້າງຸ່ມ ມະຫາລາດ ໄດ້ກໍານົດ ຂຶ້ນພາຍຫຼັງທ້ອນໂຮມ ບັນດາຫົວເມືອງລາວ ເຂົ້າເປັນອານາຈັກລ້ານຊ້າງ ເພື່ອເຮັດໃຫ້ປະຊາຊົນ ທີ່ເຊື່ອຖື ຜີສາງນາງໄມ້ ແບບງົມງວາຍ ໃຫ້ຫັນມານັບຖື ສາສະໜາພຸດ ໂດຍປະຕິບັດ ຕາມແນວທາງ “ຮີດສິບ ສອງຄອງສິບສີ່” ແທນ. ຄໍາວ່າ “ຮີດ” ໝາຍເຖິງ ສິ່ງທີ່ປະພຶດມາ ແຕ່ດົນນານ; ຮີດສິບສອງ ແມ່ນບຸນປະເພນີ ຂອງພຸດທະສາສະນິກາຊົນ ທີ່ແຕກຕ່າງກັນໄປ ໃນແຕ່ລະເດືອນ ຂອງແຕ່ລະປີ ຊຶ່ງສະແດງໃຫ້ເຫັນເຖິງ ຄວາມຮູ້ບຸນຄຸນ ຕໍ່ສິ່ງສັກສິດ ທີ່ຊ່ວຍເຮັດໃຫ້ຕົນເອງ ມີຊີວິດການເປັນຢູ່ທີ່ດີ. ຄໍາວ່າ “ຄອງ” ໝາຍເຖິງ ແບບ, ແບບຢ່າງ, ປະເພນີ, ຮີດຄອງທາງພຸດທະສາສະໜາ ທີ່ປະຊາຊົນເຄີຍນັບຖື ແລະ ປະຕິບັດ ສືບທອດກັນມາ; ຮີດສິບສອງປະກອບມີ:

  1. ເດືອນຈຽງ (ເດືອນໜຶ່ງ): ບຸນນິມົນພະສົງເຂົ້າກໍາ

  2. ເດືອນຍີ່ (ເດືອນສອງ): ບຸນລານເຂົ້າ ຫຼື ບຸນຄຸນເຂົ້າ; ບາງທ້ອງຖິ່ນເອີ້ນວ່າ “ບຸນກອງເຂົ້າ”

  3. ເດືອນສາມ: ບຸນເຂົ້າຈີ່

  4. ເດືອນສີ່: ບຸນພະເວດ

  5. ເດືອນຫ້າ: ບຸນສົງພະ ຫຼື ບຸນປີໃໝ່ລາວ

  6. ເດືອນຫົກ: ບຸນບັ້ງໄຟ

  7. ເດືອນເຈັດ: ບຸນບ້ານ ຫຼື ບຸນລ້ຽງຜີມະເຫສັກຫຼັກເມືອງ

  8. ເດືອນແປດ: ບຸນເຂົ້າພັນສາ

  9. ເດືອນເກົ້າ: ບຸນຫໍ່ເຂົ້າປະດັບດິນ

  10. ເດືອນສິບ: ບຸນຫໍ່ເຂົ້າສະຫຼາກ

  11. ເດືອນສິບເອັດ: ບຸນອອກພັນສາ

  12. ເດືອນສິບສອງ: ບຸນກະຖິນ

ຄອງ​ສິບ​ສີ່​ໝາຍ​ເຖິງ ​ຂໍ້​ກຳນົດ 14 ຂໍ້ ທີ່​ປະຊາຊົນ​ລາວ​ເຮົາ ຖື​ເປັນ​ທຳນຽມ ​ປະຕິບັດ​ມາຕັ້ງ​ແຕ່​ດົນ​ນານ ​ແລະ​ ໃນ​ປັດຈຸບັນ​ ກໍ​ຍັງ​ເຊື່ອ​ຖື​ຢູ່ ​ແຕ່​ອາດ​ຈະ​ບໍ່​ເຂັ້ມງວດ ຫຼື ບາງ​ຂໍ້​ ​ໃນ​ບາງ​ທ້ອງ​ຖິ່ນ ​ກໍ​ປ່ອຍ​ວາງ​ໄປ​ແລ້ວ ຊຶ່ງປະກອບມີດັ່ງນີ້:

  1. ຢ່າ​ຢຽບ​ເງົາ​ຂອງ​ພະສົງ ຫຼື ຜູ້​ມີ​ສິນ​ບໍລິສຸດ

  2. ຢ່າ​ເອົາ​ອາຫານ​ເຫຼືອ ຫຼື ​ເງື່ອນ ໄປ​ໃຫ້​ພະສົງ​ສັນ

  3. ຢ່າ​ເສບ​ກາ​ມະ​ຄຸນ ​ໃນ​ມື້​ວັນ​ສິນ, ວັນ​ເຂົ້າພັນ​ສາ, ວັນ​ມາຄະ​ບູຊາ, ວັນ​ວິສາຂະບູຊາ ​ແລ​ະ ວັນ​ກຸດ​ສົງການ ​ຢ່າງ​ເດັດຂາດ.

  4. ເມື່ອ​ພະສົງ​ກາຍ​ມາ​ ໃຫ້​ນັ່ງລົງ, ນົບ​ມື​​​ໄຫວ້ ​​​ແລ້ວຈຶ່ງ​ຄ່ອຍ​ຍ່າງ​ກາຍ ຫຼື ຈຶ່ງຄ່ອຍ​ລົມ​ນຳ​ເພິ່ນ.

  5. ມື້​ພະສົງ​ເຂົ້າກຳ ​ໃຫ້ມີດ​ອກ​ໄມ້​ທູບ​ທຽນ ​ແລະ ​​ເຄື່ອງ​ບໍລິຂານ​ ໄປ​ທານ​ຮ່ວມ​ເພິ່ນ.

  6. ກ່ອນ​ຈະ​ເຂົ້ານອນ​ ໃຫ້​ອາບນ້ຳ ຫຼື ລ້າງ​ຕີນ​ເສຍ​ກ່ອນ

  7. ເມື່ອ​ເຖິງ​ວັນ​ສິນ​ດັບ​-ສິນ​ເພັງ ​ໃຫ້​ເຮັດບຸນ​ໃສ່​ບາດ ຫຼື ນິມົນ​ພະສົງ​ມາ​ສູດ​ມຸງ​ຄຸນ​ເຮືອນ.

  8. ​ເມື່ອ​ເຖິງ​ວັນ​ສິນ​ເພັງ ​ໃຫ້​ແຕ່ງຂັນ​ດອກ​ໄມ້ ທູບ​ທຽນ ​ໄປ​ສົມ​ມາ ​ຜົວ​ຂອງຕົນ

  9. ເມື່ອ​ພະສົງ​ສາມະ​ເນນ​ ມາ​ບິນທະບາດ ຢ່າ​ໃຫ້​ເພິ່ນ​ຄອຍ​ຖ້າ, ​ເວລາ​ປ່ອນ​ບາດ​ຢ່າ​ໃຫ້ ​ມື​ຊູນ​ບາດ ຫຼື ຊູນ​ຖືກ​ພະສົງ​ສາມະ​ເນນ, ຍາມ​ປ່ອນ​ບາດ​ ຢ່າ​ໃສ່​ໝວກ, ​ຢ່າ​ເອົາ​ຜ້າ​ປົກ​ຫົວ, ຢ່າ​ໃສ່​ເກີບ, ຢ່າ​ອຸ້ມ​​ເດັກນ້ອຍ, ຢ່າ​ຖື​ມີດ​ຖື​ພ້າ ຫຼື ຢ່າ​ຖື​ອາວຸດ​ໃດໆ.

  10. ​ເມື່ອ​ຮອດ​ວັນ​ສິນ 8 ຄ່ຳ, 14 ຫຼື 15 ຄ່ຳ ​ໃຫ້​ພາກັນ​ ສົມ​ມາ​ກ້ອນ​ເສົ້າ, ​ແມ່ຂັ້ນ​​ໄດ ​ແລະ ​ປະຕູ​ເຮືອນ. (ປັດຈຸບັນ ຢູ່​ຊົນນະບົດ​ ບາງ​ບ່ອນ​ຍັງ​ປະຕິບັດ​ຢູ່).

  11. ກ່ອນ​ຈະ​ຂຶ້ນ​ເຮືອນ ​ໃຫ້​ລ້າງ​ຕີນ​ສາກ່ອນ.

  12. ໃຫ້​ພາກັນ​ເຮັດ​ຮົ້ວອ້ອມ​ວັດ​ ແລະ ​ບ້ານ​ເຮືອນ​ຂອງ​ຕົນ​ໃຫ້​ດີ.

  13. ​ເມື່ອ​ເຖິງ​ລະດູ​ການ ​ເກັບ​ກ່ຽວ​ຜົນລະ​ປູກ ຢ່າ​ຟ້າວ​ກິນ​ກ່ອນ ​ໃຫ້​ເອົາ​ໄປ​​ເຮັດ​ບຸນ​ໃຫ້​ທານ ​ແກ່​ຜູ້ມີ​ສິນ​ກ່ອນ ​ແລ້ວ​ຈຶ່ງ​ຄ່ອຍ​ກິນ. (ຕົວຢ່າງ: ຍາມ​ເຂົ້າ​ໃໝ່ ກໍ​ເອົາ​ໄປ​ບູຊາ ຫຼື​ ໃສ່​ບາດ​ກ່ອນ ​ແລ້ວ​ຈຶ່ງ​ຄ່ອຍ​ກິນ).

  14. ຢ່າ​ພາກັນ​ລັກ​ໂລບ​ຕາຊິງ, ຢ່າ​ພາກັນ​ຈ່າຍ​ເງິນ​ແດງ ​ແປງ​ເງິນ​ຄວ່າງ, ຢ່າ​ກ່າວ​ຄຳ​ຫຍາບຊ້າ ​ກ້າ​ແຂງຕໍ່​ກັນແລະ​ກັນ.

ຂໍ້ມູນຈາກເວບ ພັນລາວ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!