Home » ຮັກງົວໃຫ້ຜູກ ຮັກລູກໃຫ້ຕີ

ຮັກງົວໃຫ້ຜູກ ຮັກລູກໃຫ້ຕີ

ໂດຍ ຄໍາສັບລາວ

ການຮັກງົວຕ້ອງໄດ້ຮັກສາ ບໍ່ໃຫ້ໄປທຳລາຍຮົ້ວສວນຂອງຄົນອື່ນດ້ວຍການຜູກມັດໄວ້ ເອົາໃຈໃສ່ ບໍ່ໃຫ້ຂາດອາຫານ. ສ່ວນຄວາມຮັກລູກຂອງພໍ່ແມ່ ແມ່ນຕ້ອງໄດ້ອົບຮົມ ບອກສອນຊີ້ທິດທາງ ໃຫ້ປະພຶດຕົນເປັນຄົນດີ ບໍ່ໝາຍຄວາມວ່າ ຈະເອົາໄມ້ມາຕີສະເໝີໄປ ການຕີກໍແມ່ນການຕີຄວາມຄິດ ແລະ ການກະທຳທີ່ບໍ່ຖືກຕ້ອງຂອງລູກ. ອີກຢ່າງໜຶ່ງຄືໃຫ້ມີວິທີການຮັກລູກ ແລະ ຮັກສັດໃຫ້ເໝາະສົມ.

(ສີລາ, 2000:2)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!