Home » ອົດຫິວ-ອຶດຫິວ ໃນພາສາລາວ

ອົດຫິວ-ອຶດຫິວ ໃນພາສາລາວ

ໂດຍ ຄໍາສັບລາວ

ຄຳວ່າ: ອົດ ແລະ ອຶດ ໃນພາສາລາວ ມີຄວາມໝາຍທີ່ແຕກຕ່າງກັນຫຼາຍເຊັ່ນ ຄຳວ່າ: ອົດ ໝາຍເຖິງ ອາການກັ້ນຄວາມຕ້ອງການຈະເຮັດຈະສະແດງອອກ ເອົາໄວ້.

ຕົວຢ່າງ: ອົດນອນ ໝາຍວ່າ ຢາກນອນແຕ່ບໍ່ໃຫ້ເກີດນອນ, ອົດຫົວ ໝາຍວ່າ ຢາກຫົວ ແຕ່ບໍ່ໃຫ້ເກີດຫົວ.

ຄຳວ່າ: ອຶດ ໝາຍເຖິງອາການຫາໄດ້ຍາກ ຊອກໄດ້ຍາກ ມີໜ້ອຍເກີນປະລິມານ ຫຼື ຈຳນວນທີ່ຕ້ອງການ ເຊັ່ນ: ອຶດນ້ຳ, ອຶດເຂົ້າ, ອຶດເງິນ.

ຄຳວ່າ ຫິວ /hiw/ ສຽງສັ້ນນັ້ນ ໃນພາສາລາວບໍ່ປະກົດມີ, ພົບແຕ່ຄຳວ່າ: ຫີວ /hi:w/ ດັ່ງຄຳວ່າ: ຫິວ ໃນພາສາລາວຈຶ່ງບໍ່ສາມາດຫາຄວາມແປ ແຕ່ຄຳວ່າ: ຫີວ ສາມາດຫາຄຳແປໄດ້ຄື: ອາການຢາກ ໂດຍສະເພາະແມ່ນ ອາຫານ ຫຼື ນ້ຳ ເຊັ່ນ: ຫີວເຂົ້າ, ຫີວນ້ຳ.

ຄຳວ່າ ອຶດຫີວ ເປັນຄຳຮູບປະສົງດັງເດີມຂອງພາສາລາວ ມີຄວາມໝາຍວ່າ: ອາການຢາກກິນເພາະໄດ້ກິນບໍ່ພໍຕາມທີ່ຢາກ ຫຼື ຢາກແຕ່ບໍ່ໄດ້ກິນ. ເຮົາມາພາກັນໃຊ້ຄຳຕາມແບບ ທີ່ພາສາລາວເຮົາມີກໍ່ຈະດີກວ່າ.

ຄຳວ່າ: ອົດຫີວ ໝາຍເຖິງອາການ ຕັ້ງໃຈກັ້ນຄວາມຢາກເອົາໄວ້. ເວົ້າແບບໜຶ່ງຄື: ປ່ອຍໃຫ້ຕົນເອງຫີວຢູ່ຢ່າງນັ້ນ, ຕັ້ງໃຈໃຫ້ຫີວໂດຍບໍ່ຍອມກິນ ເຊິ່ງອາຫານ ຫຼື ອັນກິນກໍ່ມີຫາກຕັ້ງອົດ.

ອາການອົດຫີວມີຜູ້ໃຊ້ໄປໃນທາງວຽກບ້ານການເມືອງ, ໂດຍບຸກຄົນ ຫຼື ກຸ່ມຄົນໃດໜຶ່ງ ທີ່ມີຄວາມຂັດແຍ້ງທາງ ດ້ານການເມືອງ ຫຼື ອຸດົມການ ກັບກຸ່ມອຳນາດໜຶ່ງອີກ ເຊິ່ງໃຊ້ການອົດຫີວນີ້ ເປັນວິທີສະແດງຄວາມຄັດຄ້ານ ຫຼື ຕໍ່ສູ້. ຜູ້ທຳການອົດຫີວ ທີ່ໄດ້ເຮັດໃນຜ່ານມາ ພົບຫຼາຍກໍ່ຄືອົດເຂົ້າ ແລະ ອາຫານເປັນສຳຄັນ, ໜ້ອຍໜັກໜ້ອຍໜາ ຈະອົດຫີວທຸກຢ່າງນັບທັງນ້ຳ. ສະນັ້ນ, ໃນພາສາລາວ ຄຳວ່າ: ອຶດຫີວ ແລະ ອົດຫີວ ເຄີຍມີເຄີຍໃຊ້ ແຕ່ ອຶດຫີວ ມັນບໍ່ຄື ອົດຫີວ; ຄົນອຶດຫີວມີຫຼາຍກວ່າ ສ່ວນຄົນອົດຫີວມີບາງເທື່ອບາງທີ.

ຮັກພາສາຂອງເຮົາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!