Home » ອັນຕະລາຍຈາກຫີນປູນ

ອັນຕະລາຍຈາກຫີນປູນ

ໂດຍ ຄໍາສັບລາວ

ຫຼາຍຄົນທີ່ບໍ່ເຄີຍຂູດຫີນປູນ ແລະ ຄິດວ່າ ຫີນປູນບໍ່ແມ່ນສິ່ງທີ່ເຮົາຕ້ອງສົນໃຈ ແຕ່ທ່ານຮູ້ບໍ່ວ່າ ໃນໄລຍະຍາວຫີນປູນ ອາດສ້າງບັນຫາ ໃຫ້ແຂ້ວໄດ້ຫຼາຍຢ່າງ.

ເປັນຫຍັງເຮົາຕ້ອງຂູດຫີນປູນ ທັງໆທີ່ຫີນປູນ ບໍ່ໄດ້ເປັນບັນຫາໃຫຍ່ ພຽງແຕ່ເຮັດໃຫ້ແຂ້ວເຮົາເປັນຄາບ? ແຕ່ພວກເຮົາກໍບໍ່ຄວນເບິ່ງຂ້າມ ຖ້າປ່ອຍໃຫ້ຫີນປູນຕິດແຂ້ວ ສະສົມໄປເລື້ອຍໆ ອາດຈະເຮັດໃຫ້ສຸຂະພາບແຂ້ວ ຂອງເຮົາເປັນອັນຕະລາຍໄດ້.

ຫີນປູນ ຫຼື ເອີ້ນຢ່າງໜຶ່ງວ່າ ຫີນນໍ້າລາຍ ແມ່ນສິ່ງທີ່ຕິດຢູ່ຕາມອ້ອມແຂ້ວ, ເກີດຈາກຂີ້ແຂ້ວ, ເສດອາຫານ, ໂປຣຕີນທີ່ສະສົມ ແລະ ຈັບກັບເຊື້ອພະຍາດໃນປາກ ແລ້ວຕົກຕະກອນ ເປັນຄາບແຂງ ຢູ່ຕາມແຂ້ວ, ເຫືອກ ແລະ ຂອບແຂ້ວ ຊຶ່ງຄາບເຫຼົ່ານີ້ຈະເກາະແຂ້ວ ຢ່າງໜາແໜ້ນ ບໍ່ສາມາດກໍາຈັດອອກໄດ້ ດ້ວຍການຖູແຂ້ວ ຕ້ອງໄດ້ໃຊ້ເຄື່ອງມືທັນຕະແພດເທົ່ານັ້ນ ແລະ ບໍ່ຄວນນໍາເອົາໄມ້ ຫຼື ຂອງແຂງມາແກະຫີນປູນອອກເອງ. ຖ້າຫາກມີເລືອດອອກ ໃນເວລາຖູແຂ້ວ ຫຼື ຮູ້ສຶກແຂ້ວເຫຼືອງ ຜິດປົກກະຕິ ກໍຄວນໄປຂູດຫີນປູນ.

ຄາບຫີນປູນຖ້າປະໄວ້ດົນ ກໍຍິ່ງໜາຂຶ້ນເລື້ອຍໆ ນອກຈາກຈະເຮັດໃຫ້ແຂ້ວເຫຼືອງແລ້ວ ຫີນປູນຈະ ສົ່ງສານທີ່ເປັນກົດອາຊິດ ອອກມາ ຊຶ່ງອາດຈະເຮັດໃຫ້ເກີດບັນຫາ ດັ່ງນີ້:

  1. ເລືອດອອກໃນເວລາທີ່ພວມຖູແຂ້ວ ເກີດຈາກການຖູແຂ້ວແຮງ.

  2. ເຫືອກບວມ ຍ້ອນຖູແຂ້ວແຮງເຊັ່ນກັນ.

  3. ແຂ້ວເຫຼືອງ ຍ້ອນຄາບຫີນປູນທີ່ສະສົມຫຼາຍ.

  4. ມີກິ່ນປາກເກີດຈາກການສະສົມຂອງຂີ້ແຂ້ວ, ແບັດທີເຣຍ ແລະ ນໍ້າລາຍທີ່ລວມຕົວເປັນຫີນປູນ.

  5. ເຫືອກຫ້ຽນ ຫຼື ເຫືອກບໍລິເວນອ້ອມແຂ້ວອ່ອນແອ ຍ້ອນຫີນປູນໜາ.

  6. ເຮັດໃຫ້ແຂ້ວຄອນງ່າຍ ຍ້ອນກະດູກ ທີ່ຮອງຮັບຮາກແຂ້ວ ຄ່ອຍໆສະຫຼາຍ.

  7. ແຂ້ວຫ້ຽນ ຍ້ອນຫີນປູນກັດແຂ້ວໃຫ້ເປັນຮ່ອງ.

  8. ເຫືອກອັກເສບ ຍ້ອນກົດ ແລະ ຈຸລິນຊີ ກັດເຫືອກ.

ດັ່ງນັ້ນ, ເພື່ອສຸຂະພາບແຂ້ວທີ່ແຂງແຮງ ພວກເຮົາຄວນໄປຂູດຫີນປູນທຸກໆ 6 ເດືອນ ຫຼື 3-4 ເດືອນກໍໄດ້. ວິທີປ້ອງກັນສາມາດ ປະຕິບັດງ່າຍໆໄດ້ ດັ່ງນີ້:

  • ຖູແຂ້ວໃຫ້ຖືກວິທີຢ່າງໜ້ອຍ 2 ຄັ້ງ/ມື້ ຕອນເຊົ້າ ແລະ ກ່ອນນອນ.

  • ບ້ວນປາກດ້ວຍນໍ້າສະອາດ ຫຼັງຈາກ ກິນເຂົ້າແລ້ວ 2-3 ຄັ້ງ.

  • ກວດສຸຂະພາບແຂ້ວທຸກໆ 6 ເດືອນ.

ຮຽບຮຽງໂດຍ: ໄກ່ໂຕ້ງ
ຂໍ້ມູນຈາກ: https://health.kapook.com/view92382.html

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!