Home » ຫົວຊ້າງ ຫາງໜູ

ຫົວຊ້າງ ຫາງໜູ

ໂດຍ ຄໍາສັບລາວ

ຊ້າງແມ່ນສັດທີ່ໃຫຍ່ ສ່ວນໜູແມ່ນສັດທີ່ນ້ອຍ ເຊິ່ງມີຄວາມກົງກັນຂ້າມກັນ ທາງດ້ານຮູບຮ່າງ ແລະ ກຳລັງແຮງ, ຫົວຊ້າງມີຂະໜາດໃຫຍ່, ຫາງໜູມີຂະໜາດນ້ອຍ ດັ່ງນັ້ນ, ຫົວຊ້າງຫາງໜູ ແມ່ນໝາຍເຖິງ ທາງເບື້ອງຫົວໃຫຍ່ ທາງເບື້ອງຫາງນ້ອຍກວ່າສັດສ່ວນ ຂອງຮ່າງກາຍຫຼາຍ.

ຄຳໂຕງໂຕຍນີ້ ປຽບເໝືອນຄົນເຮົາ ທາງໜ້າເຮັດເປັນຄົນໃຫຍ່ ເຮັດດີແຕ່ທຳອິດ ສຸດທ້າຍເຮັດຫຼຸດໜ້ອຍລົງ, ມີລັກສະນະ ບໍ່ສະເໝີຕົ້ນສະເໝີປາຍ, ບໍ່ສົມສ່ວນກັນ.

(ຫຸມພັນ, 2007:53)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!