Home » ຫາເຫົາມາໃສ່ຫົວ

ຫາເຫົາມາໃສ່ຫົວ

ໂດຍ ຄໍາສັບລາວ

ເຫົາແມ່ນເກີດຈາກຄົນທີ່ມີຜົມສົກກະປົກ, ມັນຈະກິນເລືອດນຳຫົວຂອງຄົນ ທີ່ມີຜົມດັ່ງກ່າວນີ້. ດັ່ງນັ້ນ, ຖ້າຫາເຫົາມາໃສ່ໃນຫົວ ກໍຈະເຮັດໃຫ້ ຕົນເອງບໍ່ມີຄວາມສຸກ ເພາະມັນຄັນ, ເກົາຢູ່ຕະຫຼອດເວລາ. ຄຳໂຕງໂຕຍນີ້ ໝາຍຄວາມວ່າ ຖ້າຜູ້ໃດ ມັກໄປຫາເລື່ອງ ມາໃສ່ຕົນເອງ ກໍຈະເຮັດໃຫ້ຕົນເອງ ບໍ່ມີຄວາມສຸກ ເກີດຄວາມເດືອດຮ້ອນ.

(ທອງມີ, 2007:186)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!