Home » ສາຍພົວພັນລະຫວ່າງແມ່ຍ່າ ແລະ ລູກໃພ້

ສາຍພົວພັນລະຫວ່າງແມ່ຍ່າ ແລະ ລູກໃພ້

ໂດຍ ຄໍາສັບລາວ

ສິ່ງທີ່ເອີ້ນວ່າ ສາຍພົວພັນລະຫວ່າງ ແມ່ຍ່າ ແລະ ລູກໃພ້ ບໍ່ແມ່ນມີພຽງແຕ່ ການໃຊ້ທ່າທີລະຫວ່າງ ແມ່ຍ່າ ແລະ ລູກໃພ້ ພຽງຢ່າງດຽວ, ແຕ່ເປັນຄວາມຂັດແຍ່ງຂອງທັງ ສອງຝ່າຍ ທີ່ກໍາລັງຍາດແຍງສິດໃນ ຊາຍຄົນດຽວກັນ ໂດຍແມ່ຍ່າ ມັກໃຊ້ຄໍາວ່າ “ຄວາມກະຕັນຍູ” ເປັນອໍານາດ ໃນການຕໍ່ລອງ ຕາມທໍາມະດາແລ້ວ ໃນຖານະທີ່ຜູ້ເປັນແມ່ຍ່າ ສິ່ງສໍາຄັນ ຄວນເຂົ້າໃຈ ກໍຄື ສາຍພົວພັນລະຫວ່າງ ຜົວ-ເມຍ ຕ້ອງຢູ່ເໜືອນ ກວ່າສາຍສໍາພັນລະຫວ່າງ ແມ່-ລູກ, ຍ້ອນວ່າ “ຜົວ” ຫຼື ພໍ່ປູ່ ຕ່າງຫາກ ທີ່ເປັນຄົນສໍາຄັນທີ່ສຸດ ຂອງແມ່ຍ່າ, ຖ້າລູກຊາຍ ທີ່ເປັນບຸກຄົນສໍາຄັນ ອັນດັບສອງ ໃນຊີວິດໄດ້ໄປສ້າງຄອບຄົວ ຂອງເຂົາເອງແລ້ວ ແມ່ຍ່າກໍບໍ່ຄວນ ໂສກເສົ້າເກີນໄປ ເພາະເມື່ອລູກເຕີບໃຫຍ່ຂຶ້ນ ເຂົາກໍຕ້ອງຫ່າງອອກໄປຢູ່ດີ ສ່ວນແມ່ຍ່າເອງ ກໍຕ້ອງຢູ່ກັບຜົວ ພ້ອມທັງຄວນອວຍພອນ ໃຫ້ຊີວິດຄູ່ ຂອງລູກຊາຍ ຢູ່ຮ່ວມກັບເມຍ ໄດ້ຢ່າງມີຄວາມສຸກທີ່ຍືນຍາວ ຈຶ່ງຈະຖືວ່າ ຖືກຕ້ອງ. ໃນຖານະລູກຊາຍ ສິ່ງທີ່ເຂົ້າໃຈກໍຄື ພໍ່-ແມ່ ຄືຄົນທີ່ຢູ່ຄຽງຂ້າງ ແລະ ລ້ຽງເຮົາຈົນເຕີບໃຫຍ່ ເຖິງວ່າເຮົາຈະຮັກພໍ່ແມ່ ຫຼາຍພຽງໃດກໍຕາມ ແຕ່ເມື່ອເຮົາເຕີບໃຫຍ່ ເຮົາກໍຄວນມີຄອບຄົວ ເປັນຂອງຕົນເອງ ແລະ ໃຊ້ຊີວິດດ້ວຍຕົນເອງໃຫ້ໄດ້. ສ່ວນຄວາມກະຕັນຍູຮູ້ບຸນຄຸນນັ້ນ ບໍ່ແມ່ນການເກາະຕິດຢູ່ກັບ ພໍ່ແມ່ໂດຍ ບໍ່ຍອມປ່ອຍວາງ, ເມື່ອຜູ້ເປັນແມ່ ເຂົ້າໃຈເຮົາໃຫຍ່ແລ້ວ ມີຄອບຄົວເປັນຂອງຕົນເອງ ແມ່ກໍຄວນຢູ່ກັບຕົນເອງໃຫ້ໄດ້. ສະນັ້ນ, ການອຸທິດຕົນ ເພື່ອຄົນຮັກແມ່ນ ຈໍາເປັນຕໍ່ຄວາມສໍາເລັດ ຂອງຊີວິດຄູ່, ເມື່ອທັງສອງ ໄດ້ຢູ່ຮ່ວມກັນ ແລະ ເຫັນໜ້າກັນທຸກມື້ ແຕ່ບໍ່ສະແດງຄວາມຮັກ ບໍ່ໃຫ້ຄວາມສໍາຄັນຕໍ່ຄົນຮັກ ຊີວິດຄູ່ ກໍອາດຈະບໍ່ ປະສົບຄວາມສໍາເລັດໄດ້ ຈົນເຖິງ ການຍ່າຮ້າງກໍມີ.

ການສະແດງຄວາມຮັກ ແລະ ໃຫ້ຄວາມສໍາຄັນຕໍ່ຄົນຮັກ ອາດຈະບໍ່ງ່າຍ ຍ້ອນມີອຸປະສັກກໍຄື: ເວລາ, ວຽກງານ, ລູກ, ໝູ່ເພື່ອນ, ພີ່ນ້ອງ ແລະ ສັງຄົມອື່ນໆ, ແຕ່ເພື່ອການພັດທະນາ ຊີວິດຄູ່ໃຫ້ມີຄວາມ ເຂັ້ມແຂງ ກໍຄວນໃສ່ໃຈ ຢູ່ສະເໝີວ່າ ຊີວິດຄູ່ແມ່ນມີຄວາມສໍາຄັນ ກວ່າຄວາມຮັບຜິດຊອບ ດ້ານອື່ນໆ ດັ່ງຄໍາເວົ້າທີ່ວ່າ: “ຈົ່ງພະຍາຍາມ ມອບສິ່ງທີ່ດີທີ່ສຸດ ໃຫ້ຄູ່ສົມລົດຂອງທ່ານ, ບໍ່ແມ່ນໃຫ້ສິ່ງເສດເຫຼືອ ຫຼັງຈາກທີ່ທ່ານໄດ້ມອບ ສິ່ງທີ່ດີທີ່ສຸດ ໃຫ້ຄົນອື່ນໄປໝົດແລ້ວ.

ຄັດຈ້ອນຈາກ: ພາສາໃຈບໍ່ຕ້ອງໃຊ້ສູດ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!