Home » ວິທີແກ້ໄຂໜ້າເສື່ອມໂຊມ ເມື່ອພັກຜ່ອນບໍ່ພຽງພໍ

ວິທີແກ້ໄຂໜ້າເສື່ອມໂຊມ ເມື່ອພັກຜ່ອນບໍ່ພຽງພໍ

ໂດຍ ຄໍາສັບລາວ

ການ​ນອນ​ເດິກ ຫຼື ນອນ​ໜ້ອຍ ມີ​ຜົນ​ເສຍ​ຫຼາຍ​ຢ່າງ ​ຈົນ​ເຮັດ​ໃຫ້​ ເຮົາ​ຄາດ​ບໍ່​ເຖິງ, ບາງ​ຄົນ​ອາດ​ ຈະ​ບໍ່ສັງເກດ​ເຫັນ​ ຄວາມ​ແຕກ​ຕ່າງ ​ແລະ ​ເຫັນ​ແກ່​ຄວາມສຸກ ​ສະໜຸກ​ສະໜາ​ນ ​ໃນ​ການ​ໃຊ້​ເວລາ ​ມ່ວນ​ຊື່ນ​ ກັບໝູ່​ເພື່ອນ ​ໃນ​ຍາມ​ກາງຄືນ ຈົນ​ລືມ​ຄວາມ​ສໍາຄັນ​ ຂອງ​ສຸຂະພາບ​ຜິວ. ​ແຕ່​ຄວາມ​ຈິງ​ແລ້ວ​ ສິ່ງ​ທີ່​ເຮົາ​ກໍາລັງ​ ເຮັດ​ຢູ່​ນີ້ ມັນ​ເປັນ​ບັນຫາ ທີ່​ສະ​ສົມ​ຫຼາຍ ​ຂຶ້ນ​ເລື້ອຍໆ ​ແລະ ສຸດ​ທ້າຍ ​ເຖິງ​ເຮົາ​ຈະ​ກັບ​ມາ​​ ແກ້​ໄຂ ກໍ​ສວາຍເກີນ​ໄປ​ແລ້ວ.

ການ​ນອນ​ເດິກ​ ຈະ​ເຮັດ​ໃຫ້​ ຜິວ​ໜ້າ​ຂາດ ​ຄວາມ​ຊຸ່ມ​ຊື່ນ, ໜ້າ​ແຫ່ວ ​ເຮັດ​ໃຫ້​ເບິ່ງ​ຄື​ ເຖົ້າ​ກ່ອນ​ໄວ, ເຮັດ​ໃຫ້​ຮ່າງກາຍ ບໍ່ສາມາດ​ຟື້ນ​ຟູ​ ສະພາບ​ຜິວ​ ໃຫ້​ກັບ​ມາ ​ສົມບູນ ​ແລະ ​ເປັນສາ​ເຫດ ​ໃຫ້​ເກີດ​ ຈຸດ​ດ່າງ​ດໍາ, ​ເກີດ​ຮອຍ​ເລິກ, ຜິວ​ແຫ້ງ, ຜິວ​ຄໍ້າ ບໍ່​ສົດ​ໃສ, ນອກຈາກ​ນີ້, ຜູ້​ທີ່​ມັກ​ນອນ​ເດິກ ​ຍັງເປັນ​ສິວ​ໄດ້​ງ່າຍ ​ເພາະ​ມີ​ສິ່ງ​ທີ່ ​ເປັນ​ເຊື້ອ​ແບັດ​ທີ​ເຣຍ ​ເກີດ​ຂຶ້ນ​ໃນ​ຜິວໜັງ, ​ຮ່າງກາຍ​ມີ​ ພູມ​ຕ້ານທານ ​ໜ້ອຍ ​ເຮັດ​ໃຫ້​ເຈັບ ​ເປັນ​ໄດ້​ງ່າຍ, ສຸຂະພາບ ຊຸດ​ໂຊມ, ​ໃບ​ໜ້າ ​ບໍ່​ສົດ​ໃສ.

  • ສະນັ້ນຄວນ ນອນ​ແບບ​ໃດ​ຈຶ່ງ​ຈະ​ດີ? ຄຳສັບລາວ ຂໍ​ແນະ​ນໍາ ດັ່ງ​ຕໍ່ໄປນີ້:

  1. ນອນ​ໃຫ້​ຄົບ 8 ຊົ່ວ​ໂມງ​ຕໍ່​ມື້;

  2. ນອນ​ບ່ອນ​ທີ່​ບໍ່​ມີ​ ສຽງລົບກວນ ​ແລະ ບໍ່​ຄວນ​ມີ ​ແສງ​ໄຟ ຈະ​ດີ​ທີ່​ສຸດ ​ເພາະ​ສຽງ​ດັງ ​ແລະ ​ແສງ​ສະຫວ່າງ ຈາກ​ດອກ​ໄຟ ຈະ​ເຮັດ​ໃຫ້ ​ນອນ​ບໍ່​ຫຼັບ​ດີ;

  3. ນອນ​ໃຫ້​ຖືກ​ເວລາ ​ເຖິງ​ວ່າ​ເຮົາ​ຈະ​ມີ ​ວຽກຫຼາຍ ​ແຕ່​ຖ້ານ​ອນ​ ໃຫ້​ຖືກ​ເວລາ ​ຢ່າງ​ເປັນ​ປົກກະຕິ ຮ່າງກາຍ​ກໍ​ຈະ​ສາມາດ ​ປັບ​ຕົວ​​ໄດ້.​

  • ວິທີ​ແກ້​ໄຂ​ສໍາລັບ​ຜູ້​ທີ່ໜ້າ​ ເສື່ອ​ມ​ໂຊມ​ ຈາກ​ການ​ນອນ​ເດິກ.

  1. ຊອຍໝາກ​ແຕງ​ ເປັນ​ປ່ຽງ​ບາງໆ ​ແລ້ວ​ນໍາ​ມາ​ ແປະ​ໄວ້​ທົ່ວ​ ໃບ​ໜ້າ ກ່ອນ​ນອນ ຫຼື ​ເວລາ​ທີ່​ທ່ານ ​ຮູ້ສຶກ​ອິດ​ເມື່ອຍ ຈະ​ຊ່ວຍ​ໃຫ້​ຜິວ​ ທີ່​ຂາດ​ຄວາມ​ຊຸ່ມ​ຊື່ນ ​ໄດ້​ຮັບ​ນໍ້າ​ຫຼາຍ​ຂຶ້ນ ​ເປັນ​ການ​ຕື່​ມນໍ້າ ​​ໃຫ້​ແກ່​ຜິວ​ໜ້າ​​ ເຮັດໃຫ້​ຜິວໜັງສົດ​ ໃສຂຶ້ນ;

  2. ​ເອົາ​​ແຜ່ນ​ພອກ​ໜ້າ ທີ່​ເໝາະສົມ ​ກັບ​ສະພາບ​ ຜິວ​ຂອງ​ທ່ານ ​ໃສ່​ຕູ້​ເຢັນ. ກ່ອນ​ຈະ​ນອນ ​ໃຫ້​ທ່ານ​ນໍາ ​ແຜ່ນ​ພອກ​ ມາ​ແປະ​ໄວ້ ​ເິວໜັງ້ສນ ​ໃຫູ້້​ທີ່​ມັກ​ນອນ​ເດີທິງໃບ​ໜ້າ, ຄວາມ​ເຢັນ ​ແລະ ສານ​ບໍາລຸງ​ ທີ່​ມີ​ຢູ່​​ໃນ ​ແຜ່ນ​ພອກໜ້າ ຈະ​ສາມາດ ​ຊ່ວຍ​ໃຫ້​ໃບ​ໜ້າ​ ຂອງ​ເຮົາ​ ສົດ​ຊື່ນ ​ແລະ​ ສົດ​ໃສ​ ຫຼາຍ​ຂຶ້ນ​;

  3. ​ນໍາ​ເອົາ​ນົມ​ສົ້ມ (ໂຍ​ເກິ​ດ) ​ເຢັນໆ ​ມາ​ພອກ​ໜ້າ​ໄວ້ ຈະ​ຊ່ວຍ​ ຕື່ມ​ນໍ້າ​​ ​ແລະ ສານ​ບໍາລຸງ ໃຫ້​ຜິວ​ໜ້າ​ ໄດ້​ເຊັ່ນ​ດຽວ​ກັນ;

  4. ດື່ມ​ນໍ້າ​ຫຼາຍໆ ຢ່າ​ໃຫ້​ຜິວ ​ຂາດ​ນໍ້າ ຢ່າງ​ໜ້ອຍ ​​ຄວນ​ດື່ມນໍ້າ ມື້​ລະ 8 ຈອກ.

​          ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ແກ້​ໄຂ​ບັນຫາ​ນີ້ ​ດີ​ທີ່​ສຸດ​ແມ່ນ ​ຄວນ​ນອນ​ຫຼັບ ​ພັກຜ່ອນ​ ໃຫ້​ພຽງພໍ ​ເຖິງ​ວ່າ​ເຮົາ ​​ຈະ​ບໍ່​ຮູ້ສຶກ​ວ່າ ​ຮ່າງກາຍ​ປ່ຽນ​ໄປ​ ບ່ອນ​ໃດ​ແດ່ ​ແຕ່​ເມື່ອ​ ອາຍຸ​ຫຼາຍ​ຂຶ້ນ​ ສິ່ງ​ທີ່​ເຮົາ ​ເຮັດ​ຢູ່​ທຸກ​ມື້​ນີ້​ ອາດຈະເປັນ​ສິ່ງ ​ທໍາຮ້າຍ​ຕົວ​ເຮົາ​​ ໄດ້​ຢ່າງ​ບໍ່​ຄາດ​ຄິດ. ສະ​ນັ້ນ, ​ເຮົາ​ຄວນຫັນ ​ມາ​ດູ​ແລ ​ໃສ່​ໃຈ ​​ແລະ ​ຫ່ວງ​ໃຍ​ຕໍ່ ​ສຸຂະພາບ​ ຂອງ​​​ເຮົາ​ເອງ ດ້ວຍ​ການ​ນອນ​ຫຼັບ​ ພັກຜ່ອນ ​ໃຫ້​ພຽງພໍ ​ກັນ​ດີກ​ວ່າ.

​ຮຽບຮຽງ: ຈັນ​ເພັງ
ແຫຼ່ງຂໍ້​ມູນ: http://www.lady108.com

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!