Home » ວິທີບໍລິຫານເງິນ ແບບງ່າຍໆ ພຽງແຕ່ ປະຕິບັດຕາມນີ້ ເງິນກໍມີເຫຼືອເກັບສົມໃຈ

ວິທີບໍລິຫານເງິນ ແບບງ່າຍໆ ພຽງແຕ່ ປະຕິບັດຕາມນີ້ ເງິນກໍມີເຫຼືອເກັບສົມໃຈ

ໂດຍ ຄໍາສັບລາວ

ວິທີ​ບໍລິຫານ​ເງິນ ​ແບບງ່າຍໆ ​ທາງ​ດ້ານ​ການ​ເງິນ ທີ່​ດີ​ຢູ່​ບໍ່​ໄກ ເຮັດ​​ໄດ້ງ່າຍ​ກວ່າ ​ທີ່​ຄິດ ນອກຈາກ ​ການ​ເກັບ​ສະ​ສົມເງິນ​ແລ້ວ ​ອີກ​ສິ່ງ​ໜຶ່ງ​ທີ່​ສຳຄັນ ​ໃນ​ການ​ສ້າງ​ຖານະ ​ທີ່​ໝັ້ນຄົງ​ ກໍ​ຄື ​ການ​ບໍລິຫານ​ເງິນ ​ທີ່​ມີປະສິດ​ທິພາ​ບ ນັ້ນ​ເອງ. ​ຄຳສັບລາວ ​ກໍ​​ເລີຍ​ຍົກ​ເອົາ​ ວິທີການ​ບໍລິຫານເງິນ ​ແບບ​ງ່າຍໆ ທີ່​ທຸກ​ຄົນ ​ສາມາດ​ເຮັດ​ໄດ້ ​ໂດຍ​ແບ່ງ​ລາຍ​ຮັບ​ທັງ​ໝົດ​ຂອງ​ເດືອນ ​ອອກ​ເປັນ 6 ສ່ວນຄື:

  1. ​ເງິນ​ສຳລັບ​ໃຊ້​ຈ່າຍ​ ທີ່​ຈຳ​ເປັນ ​ໃນ​ຊີວິດ​ປະຈຳ​ວັນ ( Necessity Account ) : 55% ຂອງ​ລາຍ​ໄດ້​ທັງ​ໝົດ

​​ເງິນ​ໃນ​ສ່ວນ​ນີ້ ​ເປັນ​ເງິນ ​ທີ່​ຖືກ​ແບ່ງ​ໄວ້ ​ເພື່ອ​ໃຊ້​ຈ່າຍ ​ໃນ​ຊີວິດ​ປະຈຳ​ວັນ ບໍ່​ວ່າ​ຈະ​ເປັນ ຄ່າ​ອາຫານ, ຄ່າ​ເດີນທາງ, ຄ່າ​ສິນຄ້າ ອຸປະ​​ໂພ​ກ ບໍລິ​ໂພ​ກ ຫຼື ລາຍ​ຈ່າຍ ​ທີ່​ຕ້ອງ​ຈ່າຍ​ ທຸກ​ເດືອນ ​ເຊັ່ນ: ຄ່າ​ນ້ຳ, ຄ່າ​​ໄຟ, ຄ່າ​ນ້ຳມັນ​ລົດ ​ແລະ ໜີ້​ສິນ​ຕ່າງໆ.

  1. ​ເງິນ​ສຳລັບ​ ໃຊ້​ຈ່າຍ​ສ່ວນ​ຕົວ ​ຕາມ​ໃຈ​ມັກ ( Play Account ): 10% ຂອງ​ລາຍ​ໄດ້ທັງ​ໝົດ

10% ຂອງ​ລາຍ​ໄດ້ ​ທັງ​ໝົດ ​ໃນ​ສ່ວນ​ນີ້ ຈະ​ເປັນ​ເງິນ ​ທີ່​ນຳ​ໄປ​ຈ່າຍ​ສ່ວນ​ຕົວ ​ຕາມ​ໃຈ​ມັກ ​ຖື​ວ່າ​ ເປັນລາງວັນ ​ສຳລັບ​ຄວາມອິດ​ເມື່ອຍ ​ໃນ​ການ​ເຮັດ​ວຽກ​ ຂອງແຕ່ລະ​ເດືອນ ​ເປັນ​ເງິນ ​ທີ່​ເຮົາ​ສາມາດ​ໃຊ້ ​ໄດ້​ຢ່າງ​ອິດ​ສະລະ ​ໂດຍ​ບໍ່​ຕ້ອງ ຫວງ​ໜ້າ​ຫວງ​ຫຼັງ.

  1. ​ເງິນ​ສຳລັບ​ການ​ລົງ​ທຶນ ( Financial Freedom Account ) : 10% ຂອງ​ລາຍ​ໄດ້ທັງ​ໝົດ

ນອກຈາກ ​ການ​ເກັບ​ສະ​ສົມ​ເງິນ​ແລ້ວ ການ​ລົງ​ທຶນ​ ກໍ​ເປັນ​ເລື່ອງ​ສຳຄັນ ດັ່ງ​ນັ້ນ​ ການ​ແບ່ງ​ເງິນ ​ເພື່ອ​ໃຊ້​ໃນ​ການ​ລົງທຶນ​ ຈຶ່ງ​ເປັນ​ເລື່ອງ ​ທີ່​ຂາດ​ບໍ່​ໄດ້ ​ໂດຍ​ການ​ລົງທຶນ​ນີ້ ​ບໍ່​ຈຳ​ເປັນ​ຕ້ອງ​ຢູ່​ ໃນ​ຮູບ​ແບບ​ ຂອງ​ກອງທຶນ ​​ແຕ່​ຍັງ​ສາມາດ​ ໃຊ້​ໄປ​ໃນ​ການ ​ເຮັດ​ປະກັນ ​ແບບ​​ເງິນ​ຝາກ​ປະ​ຢັດ ທີ່​ມີດ​ອກ​ເບ້ຍ​ສູງ.

  1. ​ເງິນ​ສຳລັບ​ການ​ສຶກສາ ( Education Account ) : 10% ຂອງ​ລາຍ​ໄດ້​ທັງ​ໝົດ

ສໍາລັບ​ການ​ຮຽນ​ຮູ້ ​ແມ່ນ​ບໍ່​ມີ​ຄຳ​ວ່າ ​ສາຍ​ເກີນ​ໄປ ດັ່ງ​ນັ້ນ ​ເງິນ​ສ່ວນ​ນີ້​ ຈິ່ງກາຍ​ເປັນ​ເງິນ ​ເພື່ອ​ການ​ສຶກສາ ​ຫາ​ຄວາມ​ຮູ້​​ເພິ່ມ​ເຕີມ ບໍ່​ຈຳ​ເປັນ​ຕ້ອງ​ ຈຳກັດ​ຢູ່​ທີ່​ ການສະໝັກ​ຮຽນ ​ເທົ່າ​ນັ້ນ ​ແຕ່​ຍັງ​ລວມ​ເຖິງ ​ການ​ຊື້​ໜັງສື, ການ​ເຝິກອົບ​ຮົມ ​ສຳ​ມະນາ.

  1. ສຳລັບ​ເງິນ​ເກັບສະ​ສົມ ​ໄລຍະ​ຍາວ ​ເພື່ອ​ຄ່າ​ໃຊ້​ຈ່າຍ (​ Long-term saving for spending Account ) : 10% ຂອງ​ລາຍ​ໄດ້​ທັງ​ໝົດ

ສໍາລັບ​ຄ່າ​ໃຊ້​ຈ່າຍ​ບາງຢ່າງ​ ທີ່​ອາດ​ຈະ​ມີ​ກຳນົດ ​ລາຍ​ຈ່າຍ ຫ່າງ​ກັນ ຕົວຢ່າງ: ​ເບ້ຍ​ປະກັນ​ຊີວິດ, ຈ່າຍ​ຄ່າ​ພາສີ​ລົດ ຫຼື​ ການ​ເກັບ​ເງິນ​ໄວ້​ ເພື່ອ​ສິ່ງ​ທີ່​ຕັ້ງ​ໃຈ​ວ່າ ​ຈະ​ເຮັດ​ໃນ​ອະ​ຄົດ ​ເຊັ່ນ: ການ​ແຕ່ງ​ງານ, ການ​ຊື້​ເຮືອນ, ການ​ແບ່ງ​ເງິນ​​ໃນ​ສ່ວນ​ນີ້ ​ແມ່ນ​ຈະ​ຊ່ວຍ​ໃຫ້ ​ເຮົາ​ສາມາດ ​ເກັບ​ເງິນ​ ໄດ້​ຢ່າງ​ສະໝໍ່າສະ​ເໝີ.

  1. ​ເງິນ​ສຳລັບ​ການ​ໃຫ້ ຫຼື ບໍ​ລິ​ຈາກ ( Give Account ) : 5% ຂອງ​ລາຍ​ໄດ້​ທັງ​ໝົດ

​ເມື່ອ​ໄດ້​ຮັບ​ແລ້ວ ​ກໍ​ຕ້ອງ​ຮູ້ຈັກ​ການ​ໃຫ້ ​ເງິນ​ໃນ​ສ່ວນ​ທີ່ ​ເຫຼືອ​ອີກ 5% ມີ​ຈຸດປະສົງ ​ເພື່ອ​ບໍລິ​ຈາກ​ ໃຫ້​ກັບ​ຄົນ​ທີ່​ຕ້ອງການ ​ຄວາມ​ຊ່ວຍ​ເຫຼືອ, ຊື້​ຂອງ​ຂັວນ ​ໃຫ້​ກັບ​ຄົນ​ໃກ້ຊິດ​ ໃນ​ໂອກາດ​ພິ​ເສດ ຫຼື ​​ເປັນ​ຄ່າ​ໃຊ້​ຈ່າຍ​ໃນ​ການ ​ເປັນ​ອາສາ​ສະໝັກ ​ໃນ​ອົງການ​ຕ່າງໆ.

ໂດຍ ມໍລະກົດ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!