Home » ລູກໄກ່ໃນກຳມື

ລູກໄກ່ໃນກຳມື

ໂດຍ ຄໍາສັບລາວ

ລູກໄກ່ແມ່ນໄກ່ນ້ອຍທີ່ຫາກໍເກີດໃໝ່, ຍັງບໍ່ທັນແຂງແຮງ, ສັດຕູສາມາດທຳລາຍໄດ້ງ່າຍ, ຖ້າເຮົາກຳໃສ່ມືແລ້ວ ມັນກໍບໍ່ສາມາດໄປທາງໃດໄດ້ ເຮົາຈະກຳໃຫ້ມັນຕາຍກໍໄດ້.

ຄຳໂຕງໂຕຍນີ້ປຽບທຽບກັບຄົນທີ່ມີຄວາມອ່ອນແອ, ບໍ່ມີທາງສູ້, ຕົກຢູ່ໃຕ້ອຳນາດຂອງຄົນອື່ນ. ເຂົາຈະຂ້າກໍຕາຍ, ຈະຂາຍກໍໄດ້.

(ທອງມີ, 2007:164)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!