ຊອກຫາມາຝາກ ລູກກິນເຂົ້າຍາກ ແລະ ຕິດໂທລະສັບ, ທ່ານສາມາດແກ້ໄຂໄດ້ ໂດຍ ຄໍາສັບລາວ 06/09/2021 585 ພໍ່ແມ່ ຫຼາຍທ່ານອາດພົບກັບ ສິ່ງທ້າທາຍ ຫຼື ບັນຫາສຳລັບ ການລ້ຽງດູລູກ ຂອງທ່ານ ໃນໄວອາຍຸ 1–10 ປີ ຫຼາຍໆຢ່າງ ເປັນຕົ້ນ: ລູກດື້ຫຼາຍ, ບໍ່ຟັງຄວາມພໍ່ແມ່, ບໍ່ມັກກິນເຂົ້າ, ບໍ່ມັກກິນຜັກ, ສົນໃຈແຕ່ ເບິ່ງກາຕູນ (Cartoon) ແລະ ອື່ນໆ ຊຶ່ງບັນຫາເຫຼົ່ານີ້ ຄອບຄົວຂອງ ຂ້າພະເຈົ້າ ກໍປະສົບພົບພໍ້ ເຊັ່ນດຽວກັນ ແຕ່ພວກເຮົາກໍໄດ້ ຊອກຫາທາງອອກ ແລະ ວິທີແກ້ໄຂ ຢ່າງເໝາະສົມ ຈຶ່ງຂໍນຳມາ ແລກປ່ຽນກັບ ທ່ານຜູ້ອ່ານ. ເດັກໃນໄວນີ້ ເປັນໄວເລີ່ມຕົ້ນຊີວິດ ທີ່ສຳຄັນຫຼາຍ ໃນເລື່ອງ ພັດທະນາການ ແລະ ການບົ່ມສອນ ຫຼື ປູກຈິດສຳນຶກ ໃນເລື່ອງຕ່າງໆ. ການລ້ຽງດູລູກ ໃນໄວນີ້ ກໍ່ຈະຍາກ ແລະ ແຕກຕ່າງກັນ ຕາມໄວອາຍຸ. ເມື່ອລູກເກີດ ຈົນຮອດອາຍຸ 3 ປີ ເປັນໄລຍະເວລາ ກ່ອນເຂົ້າອະນຸບານ. ເດັກຈະໃຊ້ເວລາ ຢູ່ນຳພໍ່ແມ່ ຫຼື ຜູ້ຮັບຜິດຊອບ ລ້ຽງເດັກ ເປັນສ່ວນຫຼາຍ. ເດັກຍັງບໍ່ທັນໄດ້ ສຳພັດກັບການ ໃຊ້ຊີວິດ ຮ່ວມກັບຜູ້ອື່ນ ທີ່ຢູ່ໃນໄວ ດຽວກັນ. ໃນໄວນີ້ ເປັນໄວ ກຽມຄວາມພ້ອມ ສູ່ຊີວິດ ພາຍນອກ ທັງເລື່ອງ ຈິດໃຈ ແລະ ຮ່າງກາຍ. ສຳລັບພວກ ຂ້າພະເຈົ້າ ສິ່ງທ້າທາຍ ຫຼື ບັນຫາ ໃນການລ້ຽງລູກ ໃນໄວນີ້ ກໍ່ມີຫຼາຍຢ່າງ ແຕ່ຈະຂໍຍົກເອົາ 2 ບັນຫາຫຼັກ ຄື: ເລື່ອງລູກກິນ ອາຫານຍາກ ແລະ ຕິດກາຕູນ ຈາກໂທລະພາບ, ສະມາດໂຟນ ຫຼື ໄອແພັດ. ສຳລັບເລື່ອງ ກິນອາຫານຍາກ: ພວກຂ້າພະເຈົ້າ ໃຫ້ຄວາມສຳຄັນ ຫຼາຍກັບເລື່ອງ ໂພຊະນາການ. ລູກ ຂອງພວກຂ້າພະເຈົ້າ ແຕ່ມື້ເກີດ ຈົນຮອດ 6 ເດືອນ ແມ່ນໃຫ້ ກິນນົມແມ່ ພຽງຢ່າງດຽວ ຕາມຄຳແນະນຳ ຂອງແພດໝໍ ສະເພາະດ້ານ (ພ້ອມທັງ ສືບຕໍ່ໃຫ້ລູກ ກິນນົມແມ່ ຈົນຮອດປີປາຍ ຄຽງຄູ່ກັບ ກິນເຂົ້າ ແລະ ຜົນໄດ້ຮັບ ກໍຄື: ລູກມີ ພູມຕ້ານທານດີ ບໍ່ຄ່ອຍເຈັບເປັນ ຫຼື ເວລາໄຂ້ ກໍ່ເຊົາໄວ ບໍ່ຊໍາເຮື້ອ). ຮອດອາຍຸ 6 ເດືອນ, ແມ່ນເລີ່ມໃຫ້ ລູກກິນເຂົ້າບົດ ໃສ່ຊີ້ນ, ໄຂ່, ປາ, ຜັກຕ່າງໆ ຜັດປ່ຽນກັນໄປ ໃນແຕ່ລະມື້ ເພື່ອໃຫ້ລູກ ໄດ້ຮັບສານອາຫານ ຢ່າງຄົບຖ້ວນ ເທົ່າທີ່ເຮັດໄດ້ ແລະ ສິ່ງສຳຄັນ ແມ່ນຝຶກໃຫ້ລູກ ຊິນເຄີຍ ກັບລົດຊາດ ອາຫານຕ່າງໆ. ສ່ວນປະລິມານ ແມ່ນຄ່ອຍໆ ເພີ່ມຂຶ້ນເທື່ອລະໜ້ອຍ ຕາມຄວາມຕ້ອງການ ຫຼື ຄວາມສາມາດ ຮັບໄດ້ຂອງລູກ. ເດືອນທຳອິດ ທີ່ລູກເລີ່ມກິນເຂົ້າ, ບອກເລີຍວ່າ ປຽບເໝືອນກັບ ຝັນຮ້າຍ ຂອງພໍ່ແມ່ ເພາະລູກ ປະຕິເສດ ບໍ່ຍອມກິນ ແລະ ຮ້ອງໄຫ້ສຸດໆ ເພາະລຶ້ງກິນ ແຕ່ນົມແມ່ ຈົນພີ່ນ້ອງ ແລະ ຄົນອ້ອມຂ້າງບອກ ໃຫ້ເຊົາປ້ອນ. ແຕ່ດ້ວຍຄວາມອົດທົນ ຂອງພໍ່ແມ່ ຈຶ່ງໄດ້ພະຍາຍາມ ປ້ອນເຂົ້າໃຫ້ໝົດ ເຖິງລູກຈະ ປະຕິເສດ ແລະ ໄຫ້ກໍ່ຕາມ ເພື່ອສຸຂະພາບ ທີ່ດີຂອງລູກ. ເຊິ່ງມັນກໍ່ໄດ້ຜົນ ຮອດເດືອນທີສອງ ເດັກຍອມກິນ ໂດຍດີ ແລະ ກິນງ່າຍຂຶ້ນ (ເຊິ່ງແຕກຕ່າງຈາກ ເດືອນທຳອິດ ຢ່າງສິ້ນເຊີງ). ພໍ່ແມ່ ດີໃຈຫຼາຍ. ແຕ່ຝັນຮ້າຍ ກໍກັບຄືນ ມາອີກ, ເມື່ອລູກຮອດໄວອາຍຸ ທີ່ສາມາດກິນເຂົ້າ ເມັດໄດ້ແລ້ວ, ລູກກໍ່ຈະກິນ ຄືກັບຜູ້ໃຫຍ່ ໝາຍຄວາມວ່າ ກິນ ເຂົ້າກັບ ອາຫານຕ່າງ ຫາກບໍ່ໄດ້ບົດ ໃສ່ນຳກັນ ຄືເມື່ອກ່ອນ. ລູກປະຕິເສດ ບໍ່ຍອມກິນ. ພໍ່ແມ່ ອຸກໃຈຫຼາຍ ຈຶ່ງຊອກຫາຂໍ້ມູນ ກ່ຽວກັບ ການລ້ຽງລູກ ທີ່ກິນຍາກ ນຳເວັບໄຊຕ່າງໆ ກໍພົບວິທີແກ້ໄຂ ແລ້ວນຳມາໃຊ້ ກັບລູກຂອງຕົນ. ຜ່ານມາພໍ່ແມ່ ຄາດຫວັງຫຼາຍ ຈົນເກີນໄປ ໂດຍ ບໍ່ໄດ້ເຂົ້າໃຈ ເຖິງສາເຫດ ທີ່ລູກປະຕິເສດບໍ່ກິນ. ພໍ່ແມ່ພະຍາຍາມ ເຮັດອາຫານຫຼາກຫຼາຍ ໃຫ້ລູກ ຄື ກັບຜູ້ໃຫຍ່ ເພື່ອ ສັງເກດວ່າ ລູກມັກ ອາຫານແບບໃດ ແບບແຫ້ງ ຫຼື ປຽກ ແລະ ກ່ອນຮອດໂມງ ກິນເຂົ້າ (ປະມານ 2–3 ຊົ່ວໂມງ) ພໍ່ແມ່ ຕ້ອງຮັບປະກັນວ່າ ລູກບໍ່ໄດ້ກິນ ເຂົ້າໜົມ ຫຼື ເຄື່ອງດື່ມຕ່າງໆ ໂດຍສະເພາະແມ່ນ ປະເພດທີ່ມີ ລົດຫວານ ຫຼື ນົມ ເພາະວ່າ ຈະເຮັດໃຫ້ລູກ ບໍ່ຢາກເຂົ້າ, ສະຫຼຸບງ່າຍໆ ແມ່ນ ໃຫ້ກິນເປັນ ລະບົບ ຖ້າປ່ອຍໃຫ້ລູກ ກິນຕາມໃຈປາກ ລູກກໍ່ຈະຮູ້ສຶກ ອີ່ມກ່ອນ ຮອດໂມງກິນເຂົ້າ. ຫຼັງກິນເຂົ້າ ແມ່ນຈະໃຫ້ກິນ ໝາກໄມ້ທຸກຄັ້ງ ແລະ ປ່ຽນປະເພດ ໝາກໄມ້ ຕະຫຼອດ ເພື່ອ ຈະຮູ້ວ່າ ລູກບໍ່ມັກ ຫຼື ມັກກິນໝາກໄມ້ ຊະນິດໃດ ເປັນພິເສດ. ເດັກນ້ອຍກໍ່ຄື ຜູ້ໃຫຍ່ ຖ້າບໍ່ຫິວກໍ ບໍ່ຢາກກິນ, ບໍ່ມັກກໍບໍ່ກິນ. ການທີ່ບາງຄັ້ງ ລູກປະຕິເສດ ອາຫານ ຫຼື ໝາກໄມ້ ທີ່ເອົາໃຫ້ກິນ ມີ 3 ສາເຫດ ຄື: 1. ລູກຍັງອີ່ມ, 2. ລູກບໍ່ມັກອາຫານ ຫຼື ໝາກໄມ້ ຊະນິດນັ້ນໆ, 3. ລູກຫຼິ້ນນຳ ກິນນຳ (ສ່ວນຫຼາຍເດັກ ຈະສົນໃຈຫຼິ້ນ ຫຼາຍກວ່າ. ສຳລັບເດັກ, ການກິນຄື ການລົບກວນ ການຫຼິ້ນ ຂອງເພິ່ນ). ດັ່ງນັ້ນ, ພໍ່ແມ່ ຕ້ອງເລືອກວ່າ ຈະໃຫ້ລູກ ຫຼິ້ນກ່ອນ ຫຼື ກິນກ່ອນ ແລະ ພໍ່ແມ່ຕ້ອງ ພະຍາຍາມ ໃຫ້ລູກໄດ້ ລອງກິນ ຫຼາຍຊະນິດ. ສຳຄັນທີ່ສຸດ ແມ່ນ ພໍ່ແມ່ ແລະ ທຸກຄົນ ໃນບ້ານ ຈະຕ້ອງພາລູກ ກິນເຂົ້າ ແຕ່ລະຄາບ ໝາຍຄວາມວ່າ ກິນໃຫ້ລູກເຫັນ ຊັກຊວນ ເພື່ອໃຫ້ລູກ ເກີດຄວາມສົນໃຈ ຢາກລອງຢາກຊີມ. ຖ້າລູກໃຫ້ຄວາມຮ່ວມມື ຍອມກິນເຂົ້າ ຫຼື ໝາກໄມ້, ພໍ່ແມ່ ຄວນຍ້ອງລູກ ເຊັ່ນ: ລູກເກັ່ງຫຼາຍ, ພ້ອມກັບຕົບມື ຊົມເຊີຍລາວ. ເດັກສ່ວນຫຼາຍ ຈະມັກໃຫ້ຍ້ອງ. ຖ້າເປັນໄປໄດ້, ພໍ່ແມ່ ຄວນກິນເຂົ້າ ພ້ອມກັນກັບ ລູກ ແລະ ບໍ່ຄວນໃຫ້ເບິ່ງ ໂທລະພາບ ຫຼື ຫຼິ້ນເຄື່ອງຫຼິ້ນ ໄປນຳ ເພາະລູກ ຈະບໍ່ສົນໃຈ ໃນການກິນ ແລະ ລົດຊາດ ອາຫານ. ຖ້າເຮັດໄດ້ ກ່ອນລູກຮອດເກນ ອາຍຸເຂົ້າອະນຸບານ ຈະເປັນການດີ ເພື່ອໃຫ້ລູກ ບໍ່ມີບັນຫາ ຫຼາຍເລື່ອງ ກິນອາຫານ ຢູ່ໂຮງຮຽນ. ເລື່ອງລູກຕິດກາຕູນ: ເມື່ອກ່ອນ, ລູກ ຂອງພວກຂ້າພະເຈົ້າ ແມ່ນຕິດກາຕູນ ຈົນບໍ່ສົນໃຈ ສິ່ງໃດໆ ທັງທີ່ມີຫຼາຍກິດຈະກຳ ໜ້າສົນໃຈ ນອກຈາກຈະເບິ່ງ ກາຕູນຢ່າງດຽວ ແລະ ເຮັດໃຫ້ລູກ ນອນເດິກ. ການເບິ່ງກາຕູນ ກໍມີຂໍ້ດີ ຊ່ວຍເສີມສ້າງ ຈິນຕະນາການ ຂອງເດັກ ແຕ່ຖ້າເບິ່ງດົນ ຈົນເກີນໄປ ຈະເຮັດໃຫ້ ການສື່ສານ ຫຼື ການສົນທະນາ ກັບພໍ່ແມ່ ຫຼຸດໜ້ອຍຖອຍລົງ ອາດຈະເຮັດໃຫ້ ເດັກມີບັນຫາ ໃນການສື່ສານ ປາກເວົ້າ (ເວົ້າຊ້າ ແລະ ບໍ່ຄ່ອຍສົນໃຈ ໃນສິ່ງທີ່ ພໍ່ແມ່ ແລະ ຄົນອ້ອມຂ້າງ ເວົ້ານຳ). ວິທີແກ້ໄຂ ຂອງພໍ່ແມ່ ແມ່ນກຳນົດເວລາ ໃນການເບິ່ງວ່າ ຄວນຈະໃຫ້ ເບິ່ງຕອນໃດ ແລະ ຈຳກັດໄລຍະ ເວລາ (30–45 ນາທີ ຫຼື ສູງສຸດ ບໍ່ຄວນເກີນ 1 ຊມ). ໃນກໍລະນີ ທີ່ລູກບໍ່ໃຫ້ ການຮ່ວມມື, ພໍ່ແມ່ ຈະພະຍາຍາມ ຊັກຊວນ ລູກໃຫ້ເຮັດ ກິດຈະກຳອື່ນ ດ້ວຍທ່າທາງ ແລະ ນ້ຳສຽງຕື່ນເຕັ້ນ ເພື່ອດຶງດູດ ຄວາມສົນໃຈລູກ. ກິດຈະກຳກາງແຈ້ງ ກໍ່ສາມາດຊ່ວຍໄດ້ ເຊັ່ນ: ຊວນເຕະບານ, ຂີ່ລົດຖີບ ຕາມເດີນໜ້າເຮືອນ, ຊັກເຄື່ອງນຸ່ງ ແລະ ອື່ນໆ). ຖ້າຢາກໃຫ້ ປະສົບຜົນສຳເລັດ ໃນການແກ້ໄຂ ບັນຫານີ້, ພໍ່ແມ່ຜູ້ປົກຄອງ ຕ້ອງເປັນຫຼັກ ໝາຍເຖິງທັງ ສອງຄົນ ພໍ່ ແລະ ແມ່ ຕ້ອງຊ່ວຍກັນ ຖ້າປ່ອຍ ຝ່າຍໃດຝ່າຍໜຶ່ງ ເປັນຜູ້ປະຕິບັດ ອາດຈະເຮັດບໍ່ໄດ້ດີ ຫຼື ບໍ່ໄດ້ເລີຍ, ຕ້ອງຈິງຈັງ ແລະ ມີຄວາມອົດທົນ ເພື່ອໃຫ້ລູກ ມີສຸຂະພາບ ທີ່ແຂງແຮງ ສົມບູນ ແລະ ພັດທະນາ ການເໝາະສົມ ໄປຕາມໄວອາຍຸ. ເດັກນ້ອຍ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ມາລະຍາດໃນສັງຄົມ 01/08/2024 ທ່ານເຊື່ອບໍ່ວ່າ ມະນຸດເຮົາ ສາມາດປ່ຽນເພດ ຂອງຕົວອ່ອນໄກ່ໄດ້ ດ້ວຍ ໄອຊີທີ 26/07/2023 ມາຮູ້ຈັກກັບໂປຣຕິນຈາກ ແມງວັນ ເຊິ່ງອາດຈະເປັນ ອາຫານຂອງມະນຸດ ໃນອະນາຄົດ 07/07/2023 ການເບິ່ງແຍງລູກຊາຍດ້ວຍຄວາມເຂົ້າໃຈ 23/06/2023 4 ເທັກນິກໃນການບໍລິຫານເວລາແບບມີປະສິດທິພາບ 31/03/2023 ການບໍລິຫານການເງິນໃນຍຸກເສດຖະກິດຫຍຸ້ງຍາກ 08/02/2023 5 ແບບທີ່ຄວນຫຼີກໃນການໃຊ້ເງິນຢ່າງຄຸ້ມຄ່າ 23/01/2023 ການລ້ຽງລູກດ້ານບວກເໝາະສົມກັບພໍ່ແມ່ຍຸກໃໝ່ 17/01/2023 ການຝຶກໃຫ້ລູກຄົ້ນພົບຕົນເອງ ແລະ ມີເປົ້າໝາຍຂອງຊີວິດ 19/12/2022 ປະຫວັດບຸນເຂົ້າພັນສາ 11/07/2022