Home » ພາເຂົ້າ

ພາເຂົ້າ

ໂດຍ ຄໍາສັບລາວ

ຄໍາວ່າ “​ພາ​ເຂົ້າ” ຈະ​ມີ ສອງຄໍາ​ສັບ ​ທີ່​ມີ​ຄວາມໝາຍຕ່າງ​ກັນ  ​ເອົາ​ມາ​ຕໍ່​ເຂົ້າ​ກັນ​ ເປັນຄວາມໝາຍໜຶ່ງດຽວ. ຖ້າ​ເຮົາ​ເອົາ​ຄໍາ​ສັບ “ພາ” ຄໍາ​ດຽວ ​ໄປ​ຕໍ່​ກັບ ​ຄໍາ​ທ້າຍ​ອື່ນ ກໍ​ຈະ​ມີ​ ຄວາມໝາຍ​ອື່ນ​ອີກ ​ເຊັ່ນ: ​ເອົາ​ມາ​ຕໍ່​ໃສ່ ​ຄໍາ​ສັບ “ຂວັນ” ກໍ​ຈະ​ກາຍ​ເປັນ “ພາ​ຂວັນ” ຫຼື “ພາບາສີ” ນອກຈາກນີ້ ຄໍາວ່າ: ພາ ກໍແມ່ນຄໍາ ກິລິຍາ ເຊັ່ນ: ພາເຮັດ, ພາໄປ, ພາທ່ຽວ, ພາຢູ່, ພາກິນ ແລະ ອື່ນໆ.

          ແຕ່ຄໍາສັບ “ພາ” ນີ້ ເມື່ອຕໍ່ກັບ ຄໍານາມ ມັນຈະກາຍເປັນ ຄໍານາມໃໝ່ຂຶ້ນມາ ເຊັ່ນ: ພາເຂົ້າ, ພາຂວັນ ຫຼື ພາບາສີ, ພາອາຫານ, ພາເຂົ້າຕົ້ມ, ພາເຂົ້າໜົມ ຫຼື ພາຂອງຫວານ ແລະ ອື່ນໆ… ຄໍາປະສົມ ຈາກຄໍາສັບ ພາຕ່າງໆ ທີ່ກ່າວມານີ້ ມີຄວາມໝາຍ ແປນ ຟັງໄດ້ເຂົ້າໃຈໂລດ ແຕ່ຄວາມໝາຍ ສ່ວນເລິກໆແທ້ນັ້ນ ຫຼາຍຄົນອາດຈະຍັງ ບໍ່ທັນຮູ້ ໂດຍສະເພາະ ກໍແມ່ນຄວາມໝາຍ ທາງປະເພນີ, ທາງຈິດໃຈ, ທາງສຸຂະພາບ ຊຶ່ງມີຄວາມໝາຍເລິກ​ເຊິ່ງ ແລະ  ໜັກແໜ້ນກວ່າ.

          ໃນເມື່ອກ່ອນກໍຄື ຍຸກປັດຈຸບັນ ພາເຂົ້າຈະປະກອບດ້ວຍ: ພາພ່ານ ຫຼື ກະໂຕກ, ຕິບເຂົ້າ ຫຼື ຈານເຂົ້າ, ຖ້ວຍ ຈານອາຫານ ການກິນຈະເປັນ ຄາວຫວານສົ້ມ ແຕ່ມີສິ່ງທີ່ ຂາດບໍ່ໄດ້ນັ້ນ ແມ່ນເຂົ້າ, ລະດັບຂອງພາເຂົ້ານັ້ນ ຈະມີຫຼາຍລະດັບ ນັບແຕ່ນ້ອຍຂຶ້ນໄປ ຮອດໃຫຍ່ ອີງຕາມສະພາບການ ແລະ ສະພາບເສດຖະກິດ ຂອງເຈົ້າຂອງພາເຂົ້າ. ຄໍາວ່າລະດັບ ຂອງພາເຂົ້ານັ້ນ ມັນບໍ່ໄດ້ໝາຍຄວາມວ່າ ເສັ້ນຜ່າໃຈກາງ ພາເຂົ້ານັ້ນ ກວ້າງເປັນ 1 ແມັດ 2 ແມັດ ແຕ່ໝາຍຄວາມວ່າ ມີອາຫານການກິນ ຫຼາຍເຍື່ອງ ເຊັ່ນ: ກ້ອຍ, ລາບ, ປິ້ງ, ຈີ່, ຂົ້ວ, ຈືນ, ຜັກ ແລະ ອື່ນໆ… ຢ່າງຫຼວງຫຼາຍ ແລະ ມີເປົ້າໝາຍໃຫ້ແຂກ ຫຼື ຜູ້ເຂົ້າຮ່ວມຫຼາຍຄົນ ອັນນີ້ເພິ່ນເອີ້ນວ່າ: ພາເຂົ້າໃຫຍ່.

ໃນປັດຈຸບັນ ພາເຂົ້າສ່ວນຫຼາຍ ແມ່ນເຮັດດ້ວຍ ຫວາຍ ແລະ ຈໍານວນໜ້ອຍ ແມ່ນເຮັດດ້ວຍ ໄມ້ ຫຼື ເຫຼັກ, ​ໂລຫະ ໃນເມື່ອກ່ອນ ເພີ່ນມັກໃຊ້ ໄມ້ທ່ອນ ຫຼື ແປ້ນແຜນໃຫຍ່ ຂະໜາດ 40-50 ຊັງຕີແມັດ ມາຊ່ຽນເປັນວົງມົນ ໃຫ້ງາມ ແລ້ວເອົາມາ ເປັນພາເຂົ້າ ຫຼື ອາດຈະໃຊ້ ກົວ, ເງິນ, ຄໍາ ເອົາມາຕີ ແກະສະຫຼັກ ເຮັດເປັນວົງມົນປະກອບດ້ວຍ ຕີນຄືກັນກັບພາພານ. ພາເຂົ້າເຫຼົ່ານີ້ ຈະແມ່ນຄອບຄົວ ຜູ້ຮັ່ງມີ ພໍສົມຄວນຈຶ່ງໄດ້ໃຊ້, ຜູ້ມີຖານະທໍາມະດາ ຈະໄດ້ໃຊ້ພຽງແຕ່ ພາເຂົ້າທີ່ສານດ້ວຍ ໄມ້ປ່ອງ ທີ່ມີລັກສະນະ ຄ້າຍໆຄືກັນກັບ ກະດົງຟັດເຂົ້າ ພາເຂົ້າປຽບສະເໝືອນຈຸດສູນລວມ ຂອງຄອບຄົວ ຊຶ່ງເປັນບ່ອນເຕົ້າໂຮມ ສະມາຊິກ​ພາຍ​ໃນ ​ຄອບຄົວ ​ໃຫ້​ມາ​ກິນ​ເຂົ້າ ຮ່ວມ​ພາ​ນໍາ​ກັນ ຕາມ​ທັດສະນະ​ ຂອງ​ຜູ້​ຂຽນ​ແລ້ວ ​ເຫັນ​ວ່າ:

ທາງ​ດ້ານ​ປະ​ເພນີ: ​ແຕ່​​ໃດ​ມາ ປະ​ເພນີ​ຂອງ​ຄົນ​ລາວ​ເຮົາ ​ໄດ້​ຜູກ​ພັນ​ກັບ ​ພາ​ເຂົ້າ​ ມາ​ຕະຫຼອດ ດັ່ງ​ຄໍາ​ບູຮານ​ລາວ​ກ່າວ​ໄວ້​ວ່າ: “​ກິນ​ເຂົ້າ​ຮ່ວມ​ພາ ກິນ​ປາ​ຮ່ວມ​ຕ່ອນ ນອນ​ຮ່ວມ​ເຮືອນ​ຫຼັງ​ດຽວ” ນີ້​ລະ​ຄື​ ຄວາມ​ຜູກ​ພັນ ​ທາງ​ຄອບຄົວ, ຄວາມ​ສາມັກຄີ ​ບົນ​ພື້ນຖານ​ເຄືອ​ຍາດ. ພວກ​ເຮົາ​ຖື​ວ່າ ມັນ​ແມ່ນ​ຂໍ້​ຜູກ​ພັນ ​ຊາບ​ຊຶ້ງ ​ແລະ  ​ແໜ້ນ​ແກ່ນ ​ທີ່​ສຸດ ບໍ່​ອາດ​ຫາ​ສິ່ງ​ໃດ​ ມາ​ປຽບປານ​ໄດ້. ຄົນ​ເຮົາ​ຖ້າ​ຫາກ ​ຊັງ​ກັນ​ແລ້ວ ​ແນ່ນອນ​ວ່າ: ບໍ່​ອາດ​ຈະ​ຮ່ວມ​ພາ​ເຂົ້າ​ໄດ້ ຍິ່ງ​ໄປ​ກວ່າ​ນັ້ນ ​ແມ່ນ​ແຕ່​ໜ້າ ​ກໍ​ບໍ່​ຢາກ​ເຫັນ ​ແລ້ວ​ຈະ​ມີ​ອາລົມ ​ຮ່ວມ​ພາ​ເຂົ້າ​ໄດ້​ແນວ​ໃດ? ບໍ່​ວ່າ​ຈະ​ເປັນ​ສັງຄົມ​ນ້ອຍໆ, ຄອບຄົວ​ໜຶ່ງ ​ທີ່​ມີ​ຈໍານວນ​ສະມາຊິກ ​ນັບ​ແຕ່​ສອງ​ຄົນ​ຂຶ້ນ​ໄປ ​ກໍ​ບໍ່​ອາດ​ຈະ​ຫຼີກ​ເວັ້ນ ການ​ກິນ​ເຂົ້າ​ຮ່ວມ​ພາ ທີ່​ເປັນ​ສູນ​ລວມຂອງ ​ຄອບຄົວ. ມື້ໜຶ່ງ 1, 2, 3 ຄັ້ງ​ ຕາມ​ຄວາ​ມ​ເໝາະສົມ.

ພາ​ເຂົ້າຄັ້ງ​ທີ່ໜຶ່ງ: ຕອນ​ເຊົ້າ ຕື່ນ​ນອນ​ມາ​ຈະ​ເປັນ​ພໍ່​ແມ່ ຫຼື ລູກ​ຫຼານ​ກໍ​​ແລ້ວ​ແຕ່ ​ໄດ້​ໜຶ້ງ ຫຼື ຫຸງ​ເຂົ້າ ​ກະກຽມ​ອາຫານ​ການ​ກິນ​ ໃສ່​ພາ​ເຂົ້າ​ເອົາ​ໄວ້ ​ເພື່ອ​ຈະ​ໄດ້​ຮັບ​ປະທານ ​ອາຫານ​ນໍາ​ກັນ. ​ໃນ​ເວລາ​ນີ້ ​ມັນ​ແມ່ນ​ເວລາ​ຕ້ອນຮັບ ​ອາ​ລຸນ​ວັນ​ໃໝ່, ມື້​ໃໝ່ຊຶ່ງ​ຕ່າງ​ຄົນ​ຕ່າງ​ກໍ ​ຈ້ອງ​ມອງ​ເບິ່ງ​ກັນ ​ດ້ວຍ​ຄວາມ​ຮັກ​ແພງ​ຫ່ວງ​ໃຍ ​ແລະ ຖະນຸຖະໜອມທີ່​ສຸດ, ​ໃນ​ນີ້​ຈະ​ເຫັນ​ໄດ້​ເຖິງ​ ຄວາມ​ສົດ​ໃສ ຫຼື ​ເສົ້າໝອງ ​ເທິງ​ໃບ​ໜ້າ​ ຂອງ​ແຕ່ລະຄົນ ຊຶ່ງ​ສະ​ແດງ​ເຖິງ ​ສຸຂະພາບ ​ຈາກ​ຄືນ​ໜຶ່ງ​ຜ່ານ​ມາ ຊຶ່ງ​ເຮັດ​ໃຫ້​ເກີດ​ມີ​ ຄໍາ​ຖາມ​ທັກ​ທາຍ​ກັນ​ຂຶ້ນ​ມາ​ ແບບ​ທໍາ​ມະ​ຊາດ​ໂລດ, ຈາກ​ໃຊ້​ສາຍຕາ​ແລ້ວ​ ຄວາມ​ເວົ້າ​ຈາ​ທັກ​ທາຍ ​ກໍ​ເລີ່​ມມີ​ຂຶ້ນ, ອາດ​ເລີ່​ມດ້ວຍ​ຄໍາ​ເວົ້າ ​ເບົາໆ ວ່າ: ນອນ​ຫຼັບ​ດີ​ບໍ່! ຝັນ​ດີ​ບໍ່! ມື້​ນີ້​ອາກາດ​ດີ​ຫຼາຍ ທັງໝົດນີ້​ມັນ​ແມ່ນ ​ບັນຍາກາດ​ຕ້ອນຮັບ ​ວັນ​ໃໝ່ ຕາມ​ອັດທະຍາ​ໄສ​ ຂອງ​ຄົນ​ລາວ ​ດັ້ງ​ເດີມ.

ທາງ​ດ້ານ​ຈິດ​ໃຈ: ບໍ່​ວ່າ​ຍາມ​ໃດ​ກໍ​ຕາມ ຄວາມ​ຄິດ​ຮອດ, ຄວາມ​ຮັກ​ແພງນັ້ນ​ສະ​ແດງ​ອອກ ທາງໃບ​ໜ້າ ​ແລະ ການ​ກະທໍາ. ບູຮານ​ເພິ່ນ​ເຄີຍ​ສອນ ພວກ​ເຮົາ​ວ່າ: ຖ້າ​ບໍ່​ມີ​ກະ​ຈິດ​ກະ​ໃຈ​ແລ້ວ ​ບໍ່​ວ່າ​ແຕ່​ບໍ່​ກິນ​ເຂົ້າ​ຮ່ວມ​ພາ ​ແມ່ນ​ແຕ່​ເດີນທາງ​ຮ່ວມ​ເສັ້ນ​ ກໍ່​ບໍ່​ອາດ​ເປັນ​ໄປ​ໄດ້. ດັ່ງ​ນັ້ນ, ຈຶ່ງ​ເວົ້າ​ໄດ້​ວ່າ ພາ​ເຂົ້າ ​ເປັນ​ສູນ​ລວມຈິດ​ໃຈ ​ອັນ​ຂາດ​ບໍ່​ໄດ້​ຂອງ​ຄົນ​ລາວ​ເຮົາ ​ມີ​ພາ​ເຂົ້າ​ກໍ່​ຄື​ມີ​ຈິດ​ໃຈ ​ອັນ​ຜູກ​ພັນ​ແໜ້ນໜຽວ ​ແລະ ບໍ່​ຈາງ​ຫາຍ.

ທາງ​ດ້ານ​ສຸຂະພາບ: ​ໂດຍ​ທົ່ວ​​ໄປແລ້ວ ການແຕ່ງພາເຂົ້ານັ້ນ ຈະຕ້ອງມີເວລາແນ່ນອນ​ ພໍ​ສົມຄວນ​ຄື​ ເຂົ້າ​ເຊົ້າ​ແມ່ນ 7-8 ​ໂມງ​ເຊົ້າ, ພາ​​ເຂົ້າສວາຍ 11-12 ​ໂມງ​ທ່ຽງ ​ແລະ ພາ​ເຂົ້າ​ແລງ 5-8 ​ໂມງ​ແລງ ການຈັດ​ພາ​ເຂົ້າ​ ເປັນ​ເວລາ​ທີ່​ແນ່​ນອນ. ພາ​ເຂົ້າ​ເຊົ້າ​ເກີດ​ຂຶ້ນ ​ເພື່ອ​ຮັບ​ເອົາ​ອາຫານ ​ເຂົ້າ​ສູ່​ຮ່າງກາຍ ​ທີ່​ຈະ​ສ້າງ​ເປັນ​ ພະລັງງານ​ ຂອງ​ຈຸ​ລັງ​ຕ່າງໆ ​ແລ້ວ​ກາຍ​ເປັນ ​ພະລັງງານ​ລວມ ຂອງ​ຮ່າງກາຍ ​ທີ່​ຈະ​ໄດ້​ນໍາ​ໃຊ້ ​ເຂົ້າ​ໃນ​ກົນ​ໄກ​ ຂອງ​ສະໝອງ ​ແລະ ຕີນ​ມື, ທາງ​ສະໝອງ ​ໃຊ້​ຄິດ​ພິຈາລະນາ, ຕີນ​ມື​ໃຊ້​ເຄື່ອນ​ໄຫວ ​ອອກ​ແຮງ​ງານ ​ຜະລິດຜົນ ຖ້າບໍ່​ໄດ້​ກິນ​ເຂົ້າ​ເຊົ້າ ​ສິ່ງ​ທີ່​ຈະ​ໃຫ້ ພະລັງງານ​ ກໍ​ຈະ​ບໍ່​ມີ ​ມີ​ແຕ່​ຮ່າງກາຍ ​ນໍາ​ພະລັງງານ​ເກົ່າ ​ທີ່​ມີ​ຢູ່​ແລ້ວ​ ມາ​ທົດ​ແທນ.

​ໂດຍ: ຮສຈ ທັນ​ຕະ​ແພດ ບຸນ​ຕາ ຈູມ​ຈັນ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!