693
ມະເຮັງເຕົ້ານົມ ເກີດຈາກຄວາມຜິດປົກກະຕິ ຂອງຈຸລັງ ທີ່ຢູ່ພາຍໃນ ທໍ່ນໍ້ານົມ ຫຼື ຕ່ອມນໍ້ານົມ ຈຸລັງເຫຼົ່ານີ້ ມີການແບ່ງຕົວ ຜິດປົກກະຕິ ບໍ່ສາມາດຄວບຄຸມໄດ້ ມັກແພ່ລາມໄປຕາມ ທາງຕ່ອມນໍ້າເຫຼືອງ ໄປສູ່ອະໄວຍະວະ ທີ່ໃກ້ຄຽງເຊັ່ນ: ຕ່ອມນໍ້າເຫຼືອງ ທີ່ກ້ອງຂີ້ແຮ້ ຫຼື ແພ່ລາມໄປສູ່ ອະໄວຍະວະໄກ ເຊັ່ນ: ກະດູກ, ປອດ, ໝາກໄຂ່ຫຼັງ ແລະ ສະໝອງ.
ສາເຫດທີ່ພາໃຫ້ ເປັນມະເຮັງເຕົ້ານົມ ປັດຈຸບັນຍັງບໍ່ຮູ້ ສາເຫດທີ່ແນ່ນອນ ແຕ່ມີປັດໄຈສ່ຽງ ຕໍ່ການເປັນມະເຮັງເຕົ້ານົມ ມີດັ່ງນີ້:
-
ປັດໄຈສ່ຽງ ທີ່ບໍ່ສາມາດ ຄວບຄຸມໄດ້ມີ: ຜູ້ຍິງທີ່ອາຍຸ ຫຼາຍກວ່າ 50 ປີຂຶ້ນໄປ, ເກີດຈາກກໍາມະພັນ ພໍ່, ແມ່, ເອື້ອຍ, ອ້າຍ ແລະ ພີ່ນ້ອງ ທີ່ເຄີຍເປັນ.
-
ປັດໄຈສ່ຽງ ທີ່ສາມາດ ຄວບຄຸມໄດ້: ຜູ້ຍິງທີ່ກິນຢາ ປັບຮໍໂມນ ຫຼັງໄວທອງ ເປັນເວລາດົນເກີນ 5 ປີ ມີໂອກາດສ່ຽງ ຕໍ່ການເປັນມະເຮັງ ເຕົ້ານົມໄດ້, ການກິນຢາ ຄຸມກໍາເນີດ ຫຼາຍເກີນໄປ, ການດື່ມເຫຼົ້າ, ບໍ່ອອກກໍາລັງກາຍ ເປັນປັດໄຈສ່ຽງ ແຕ່ບໍ່ສ່ຽງຫຼາຍ.
ອາການເລີ່ມຕົ້ນ ສ່ວນຫຼາຍມັກເກີດຂຶ້ນ ໂດຍບໍ່ຮູ້ສຶກຕົວ ບໍ່ຮູ້ສຶກເຈັບ ຈົນເປັນກ້ອນໃຫຍ່ ຫຼື ແພ່ລາມ ໄປຕາມອະໄວຍະວະ ສ່ວນອື່ນ ເມື່ອນັ້ນ ຄົນເຈັບ ຈຶ່ງເລີ່ມຮູ້ສຶກ ເຖິງຄວາມຜິດປົກກະຕິ. ໄລຍະທໍາອິດ ຈະເປັນກ້ອນນ້ອຍ ຄືກັບຫີນປູນ ຈຶ່ງບໍ່ສາມາດຄໍາເບິ່ງໄດ້ ເມື່ອເປັນກ້ອນໃຫຍ່ ແລ້ວເຮັດໃຫ້ມີການ ບຽດ, ດຶງຈ່ອງ ຫຼື ກ້ອນຊີ້ນ ມີການອັກເສບ. ສ່ວນອາການທີ່ມັກ ປາກົດເຫັນ ເປັນສັນຍານເຕືອນ ເຖິງຄວາມຜິດປົກກະຕິ ມີດັ່ງນີ້:
-
ຄໍາເຫັນກ້ອນຊີ້ນຢູ່ເຕົ້ານົມ ຫຼື ຢູ່ກ້ອງຂີ້ແຮ້.
-
ໄລຍະໝົດ ປະຈໍາເດືອນແລ້ວ ແຕ່ມີອາກາດ ເຈັບບໍລິເວນເຕົ້ານົມ.
-
ມີນໍ້າເຫຼືອງໄຫຼ ອອກມາຈາກເຕົ້ານົມ.
-
ເປັນຜື່ນຄັນ ບໍລິເວນເຕົ້ານົມ ບໍ່ສາມາດປິ່ນປົວ ໃຫ້ຫາຍດີໄດ້.
-
ລັກສະນະເຕົ້ານົມ ທີ່ປ່ຽນໄປ.
ເຖິງວ່າຈະຄໍາເບິ່ງບໍ່ເຫັນ ເປັນກ້ອນ ກໍບໍ່ໄດ້ໝາຍຄວາມວ່າ ເຮົາຈະປອດໄພ ຍ້ອນກ້ອນມະເຮັງ ເຕົ້ານົມ ມີຂະໜາດນ້ອຍໃຫຍ່ ຕາມໄລຍະ ທັງ 4 ໄລຍະ ໂດຍມີຂະໜາດ ດັ່ງນີ້:
-
ໄລຍະທີ 1: ເຊື້ອພະຍາດຍັງບໍ່ແພ່ລາມ ກ້ອນມະເຮັງ ຈະມີຂະໜາດນ້ອຍ ກວ່າ 2 ຊັງຕີແມັດ.
-
ໄລຍະທີ 2: ເຊື້ອພະຍາດເລີ່ມແພ່ລາມ ໄປຕ່ອມນໍ້າເຫຼືອງ ກ້ອນມະເຮັງ ຈະມີຂະໜາດ 2-4 ຊັງຕີແມັດ.
-
ໄລຍະທີ 3: ເຊື້ອພະຍາດ ຈະເຂົ້າສູ່ ຕ່ອມນໍ້າເຫຼືອງ ເຮັດໃຫ້ຊີ້ນ ໃນບໍລິເວນ ກ້ອງຂີ້ແຮ້ ຕິດກັບ ອະໄວຍະວະໃກ້ຄຽງ ໃນໄລຍະນີ້ ກ້ອນມະເຮັງ ຈະມີຂະໜາດ 5 ຊັງຕີແມັດ.
-
ໄລຍະທີ 4: ເຊື້ອພະຍາດຈະແພ່ລາມ ເຂົ້າສູ່ອະໄວຍະວະອື່ນໆ ໃນຮ່າງກາຍ ເຊັ່ນ: ສະໝອງ, ກະດູກ ຫຼື ປອດ ກ້ອນມະເຮັງ ຈະມີຂະໜາດໃຫຍ່ຫຼາຍແລ້ວ.