Home » ຜ່ອນຄາຍຄວາມຄຽດ ຈາກການເຮັດວຽກດ້ວຍສິ່ງເຫຼົ່ານີ້

ຜ່ອນຄາຍຄວາມຄຽດ ຈາກການເຮັດວຽກດ້ວຍສິ່ງເຫຼົ່ານີ້

ໂດຍ ຄໍາສັບລາວ

ສຸຂະພາບ ​ໃນ​ເວລາ​ ເຮັດ​ວຽກ​​ ເປັນສາ​ເຫດ ເຮັດ​ໃຫ້​ຄົນ​ເຮົາ​ ເກີດ​ຄວາມຕຶງ​ຄຽດ​ໄດ້​ ​ເມື່ອ​ມີ​ຄວາມ​ຄຽດ​​​ ແຕ່ລະຄົນ​ຈະ ​ມີ​ປະຕິກິລິຍາ​​ ແຕກ​ຕ່າງ​ກັນ​ ບາງ​ຄົນ​ອາດ ​ຈະ​ເຈັບຫົວ, ​ຫງຸດຫງິດ, ອາລົມ​ບໍ່​ດີ​ ​​ເຊິ່ງອາການ​ເຫຼົ່າ​ນີ້ ​ລ້ວນ​ແລ້ວ​ແຕ່​ເປັນ ​ສັນຍານ​ເຕືອນ​ ໃຫ້​ທ່ານ​ຕ້ອງ​ ຜ່ອນຄາຍ​​ດ່ວນ ​​ເຊິ່ງ ຄຳສັບລາວ ຂໍ​​ແນະນຳ ວິທີ​ຜ່ອນຄາຍ ​ຄວາມ​ຕຶງຄຽດ ​ແບບ​ງ່າຍ​ໆ ມາ​ຝາກ​ທ່ານ​ຜູ້​ອ່ານ ​ດັ່ງລຸ່ມ​ນີ້:

  1. ບໍ່ຄວນ​ດື່ມກາ​ເຟ​ຫຼາຍ​ກວ່າ 1 ຈອກ : ການດື່ມກາ​ເຟມື້​ລະ 1 ຈອກ​ ​ແມ່ນດີ​ ຕໍ່​ສຸຂະພາບ ​ແຕ່​ຖ້າ​ດື່ມ​​ເກີນ ​2 ຈອກ​ ຄາ​ເຟອິນ​ ຈະ​ເຮັດ​ໃຫ້ ​ຫົວ​ໃຈ ​ເຕັ້ນ​ໄວຂຶ້ນ 16 ຄັ້ງ​ ຕໍ່​ນາທີ ​ເຮັດ​ໃຫ້​ຫົວ​ໃຈ ​ສັ່ນ ​ແລະ​ ມີ​ຄວາມ​ກັງວົນ ​ເພີ່ມ​ຂຶ້ນ.

  2. ຊອກ​ບ່ອນ​ທີ່​ສະຫງົບຢູ່-ຟັງ​ເພງ​​ຄ່ອຍໆ ​ໂດຍ​ສະ​ເພາະ​​​ ເພງ​ທີ່​ມີທຳນອງ ຟັງສະບາຍໆ ທັງ​ສຽງ​ດົນຕີ ​ແລະ ສຽງ​ທຳ​ມະ​ຊາດ​​ ເຊັ່ນ: ສຽງ​ຄື້ນນ້ຳ, ສຽງ​ນ້ຳຕົກ ​ແລະ ນົກ​ຮ້ອງ ຈະ​ຊ່ວຍ​​ໃຫ້​ມີ ສະມາທິ​ ​ເຂົ້າ​ສູ່​ສະໝອງ ​ແລະ​ ຈິດ​ໃຈ​ ໄດ້​ຢ່າງ​ແບບອັດສະຈັນ.

  3. ຫຼັບ​ຕາ​ໃຫ້​ຜ່ອນຄາຍ ການຜ່ອນຄາຍ​ ຄວາມ​ຕຶງຄຽດ​ ຄື​ ການ​ເຝິກ​ຈິດ​ງ່າຍໆ ຄັ້ງ​ລະ 10-15 ນາທີ ​ຕອນ​ເຊົ້າ ​ແລະ ແລງ ດ້ວຍ​ການ​ນັ່ງ​ ທ່າ​ສະບາຍໆ ຢູ່​ໂຕະ​ເຮັດ​ວຽກ ​ຂອງ​ທ່ານ ​ເພື່ອ​ເປັນ​ການ​ ພັກສາ​ຍຕາ​ຈາກ​ໜ້າຈໍ​ ຄອມ​ພິວ​ເຕີ.

  4. ປ່ຽນພຶດຕິ​ກຳ​ເຊັ່ນ: ການຍ້າຍ​ບ່ອນ​ນັ່ງ ຫຼື ລຸກ​ຂຶ້ນ ຍ່າງ​ໄປ​ຍ່າງ​ມາ ​ເບິ່ງ​ຫັ້ນ​ເບິ່ງ​ນີ້ ປ່ຽນ​ຄວາມ​ສົນ​ໃຈ​ ໄປ​ເລື່ອງ​ໃໝ່ ​ເຮັດ​ໃຫ້​ລືມ​ ຄວາມຕຶງ​ຄຽດ ​ໄປ​ຊົ່ວ​ຄາວ ກ່ອນ​ກັບ​ມາ ​ເຮັດ​ວຽກ​ອີກ​ຄັ້ງໜຶ່ງ ​ດ້ວຍ​ຄວາມ​ຄິດ ​ແລະ ມູມມອງ​ໃໝ່.

  5. ດົມ​ກິ່ນ​ທີ່ຫອມໆ​ໃຫ້​ສົດ​ຊື່ນ: ກິ່ນ​ຫອມ ​ຂອງ​ດອກ​ໄມ້​ ນານາ​ຊະ​ນິດ ຈະ​ຊ່ວຍ​ປຸກ​ ປະສາດ​ສຳຜັດ​ ໃຫ້​ສົດ​ຊື່ນ ​ຕື່ນ​ຕົວ ​ແລະ ຍັງ​ກະ​ຕຸ້ນໃຫ້ ​ຈິດ​ໃຈ​ໄດ້ ມີພະລັງງານ ​ເປັນ​ຢ່າງ​ດີ ​ເວລາ​ຄຽດໆ​ ລອງ​ດົມ​ກິ່ນ​ ດອກ​ໄມ້ ​ເຊັ່ນ: ດອກກຸຫລາ​ບ, ດອກມະລິ​ ເຫຼົ່າ​ນີ້​ເປັນ​ຕົ້ນ.

ໂດຍ ແອລາຍ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!