Home » ຜູ້ຍິງກັບອາການລົງຂາວທີ່ບໍ່ຄວນເບິ່ງຂ້າມ

ຜູ້ຍິງກັບອາການລົງຂາວທີ່ບໍ່ຄວນເບິ່ງຂ້າມ

ໂດຍ ຄໍາສັບລາວ

ອາການລົງຂາວ ເປັນອາການ ປົກກະຕິ ທີ່ເກີດຂຶ້ນກັບ ຜູ້ຍິງທຸກຄົນ ແນ່ນອນວ່າ ບາງຄັ້ງອາການລົງຂາວ ກໍສາມາດບອກ ເຖິງຄວາມຜິດປົກກະຕິ ທີ່ເກີດຂຶ້ນ ກັບຮ່າງກາຍຂອງຄົນເຮົາ ໄດ້ເຊັ່ນກັນ ຊຶ່ງຄວາມຜິດປົກກະຕິ ທີ່ເກີດຂຶ້ນຈະສະແດງອອກ ຜ່ານທາງລັກສະນະ ຂອງລົງຂາວ ທີ່ເກີດຂຶ້ນໃນແຕ່ລະຄັ້ງ ຊຶ່ງໜັງສືພິມ ແມ່ຍິງລາວສະບັບນີ້ ຂໍແນະນໍາກ່ຽວ ກັບ ອາການລົງຂາວໃຫ້ທຸກທ່ານໄດ້ຮັບຮູ້.

ອາການລົງຂາວ ທີ່ເປັນອາການປົກກະຕິ ຈະເປັນສີໃສ ຫຼື ສີຂາວ ເລັກໜ້ອຍ ບໍ່ມີກິ່ນ ມີປະລິມານຫຼາຍໃນໄລຍະກາງ ຮອບເດືອນ ຊຶ່ງເປັນໄລຍະ ທີ່ມີການຕົກໄຂ່ ຫຼື ບາງຄັ້ງຈະມີປະລິມານ ຫຼາຍໃນໄລຍະກ່ອນ ຫຼື ຫຼັງມີປະຈໍາເດືອນຂຶ້ນ ຢູ່ກັບສຸຂະພາບຮ່າງກາຍ ຂອງຜູ້ຍິງ ແຕ່ລະຄົນ ລັກສະນະ ລົງຂາວ ທີ່ເປັນສີຂາວ ຈະບໍ່ເປັນອັນຕະລາຍ ແຕ່ໃນກໍລະນີທີ່ລົງຂາວ ມີຄວາມຜິດປົກກະຕິ ຖືວ່າເປັນ ສັນຍານຂອງພະຍາດ ບາງຢ່າງທີ່ຄວນໄດ້ຮັບ ການກວດ ແລະ ປິ່ນປົວ.

ອາການລົງຂາວ ທີ່ສະແດງໃຫ້ຮູ້ວ່າ ບໍ່ປົກກະຕິ ຈະມີກິ່ນເໝັນ, ຄາວ ສີປ່ຽນຈາກສີຂາວ ເປັນສີເຫຼືອງ, ສີເທົາ ບາງຄົນອາດ ມີເລືອດປົນ ມີອາການຄັນ ບໍລິເວນຊ່ອງຄອດ ເຈັບທ້ອງນ້ອຍ ແລະ ມີໄຂ້.

ສາເຫດທີ່ເຮັດໃຫ້ເກີດອາການລົງຂາວ ມັກເກີດມາຈາກການຕິດເຊື້ອແບັດທີເລຍ, ເຊື້ອລາ ແລະ ເຊື້ອທີ່ຕິດຕໍ່ ທາງເພດສໍາພັນ ນອກນັ້ນຍັງອາດມາຈາກ ການເປັນກ້ອນເບົ້າ, ມະເຮັງປາກມົດລູກ

          ລັກສະນະສີລົງຂາວ ແລະ ຄວາມຜິດປົກກະຕິທີ່ເກີດຂຶ້ນ

          ໂດຍປົກກະຕິລົງຂາວ ທີ່ບໍ່ເປັນອັນຕະລາຍ ຕໍ່ສຸຂະພາບ ຈະມີລັກສະນະ ເປັນສີຂາວ ແຕ່ລັກສະນະທີ່ປ່ຽນ ສີຈາກສີຂາວຈະ ສະແດງເຖິງຄວາມ ຜິດປົກກະຕິດັ່ງນີ້:

  • ລົງຂາວສີຂຽວ: ເກີດຈາກການຕິດເຊື້ອແບັດທີເລຍ ຫຼື ເຊື້ອທີ່ຕິດຕໍ່ທາງເພດສໍາພັນ ຊຶ່ງຕ້ອງໄດ້ໄປກວດກັບທ່ານໝໍໃຫ້ລະອຽດວ່າເປັນເຊື້ອຫຍັງ.

  • ລົງຂາວສີຂຸ່ນ: ເກີດຈາກເຊື້ອລາ ມີອາການຄັນ ແສບຮ້ອນບໍລິເວນຊ່ອງຄອດ ແລະ ມີອາການແສບຮ້ອນໃນເວລາມີເພດສໍາພັນຄວນໄປກວດນໍາທ່ານໝໍເພື່ອປິ່ນປົວຕາມອາການ.

  • ລົງຂາວສີເທົາ: ເກີດຈາກການຕິດເຊື້ອແບັດທີເລຍ ຊຶ່ງຕ້ອງໃຫ້ທ່ານໝໍກວດເບິ່ງວ່າເປັນແບັດທີເລຍຊະນິດໃດ ຫາກເປັນແບັດທີເລຍທໍາມະດາ ໝໍກໍຈະປິ່ນປົວຕາມອາການ ແຕ່ຫາກເປັນແບັດທີເລຍທີ່ຕິດຕໍ່ທາງເພດສໍາພັນ ໝໍຈະກວດທັງຄູ່ນອນ ແລະ ໃຫ້ຢາກິນປົ່ວຕາມອາການ.

  • ລົງຂາວມີສີເລືອດປົນ: ເປັນລັກສະນະອາການທີ່ໜ້າເປັນຫ່ວງ ຈໍາເປັນຕ້ອງໄດ້ຮັບການກວດຢ່າງລະອຽດ ເພາະອາດສ່ຽງຕໍ່ການເປັນກ້ອນເບົ້າ, ມະເຣັງປາກມົດລູກໄດ້.

ແມ່ຍິງເຮົາ ຈໍາເປັນຕ້ອງຮູ້ຈັກ ແລະ ເຂົ້າໃຈກ່ຽວກັບອາການລົງຂາວ ໃຫ້ດີວ່າ ຄວາມຜິດປົກກະຕິ ຂອງລົງຂາວ ສາມາດເກີດ ຂຶ້ນໄດ້ກັບທຸກໄວ ຊຶ່ງໄວເດັກ ອາດເກີດຈາກສິ່ງແປກປອມ ໃນຊ່ອງຄອດ ຫຼື ເກີດຈາກການ ຖືກລ່ວງລະເມີດທາງເພດ ດັ່ງນັ້ນ ສິ່ງທີ່ແມ່ຍິງ ທຸກຄົນ ຄວນໃຫ້ຄວາມສໍາຄັນ ກ່ຽວກັບ ອາການລົງຂາວ ກໍຄືການ ສັງເກດສີທີ່ປ່ຽນ ເພື່ອສາມາດຮູ້ເຖິງຄວາມຜິດ ປົກກະຕິ ທີ່ອາດເກີດຂຶ້ນກັບຮ່າງນັ້ນເອງ.

ຂ້ມູນຈາກ: https://www.sanook.com
ຄັດໂດຍ: ພອຍລິນດາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!