Home » ຜີບໍ່ຂ້າ ມ້າບໍ່ຢຽບ

ຜີບໍ່ຂ້າ ມ້າບໍ່ຢຽບ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ເພີ່ນມັກໃຊ້ກັບຄົນດີ ມີເມດຕາ ມັກຊ່ວຍເຫຼືອຄົນອື່ນ ເຖິງຈະຕົກຢູ່ໃນສະຖານະການ ເຊັ່ນໃດກໍໄດ້ຮັບການຊ່ວຍເຫຼືອ ເພາະເຊື່ອກັນວ່າ ເປັນຄົນດີ ຜີເຫັນກໍບໍ່ຂ້າ ເຖິງມ້າຊິຢຽບ ກໍບໍ່ຢຽບ ຍ້ອນເຫັນວ່າເປັນຄົນດີ. ອີກຢ່າງ ໝູ່ຄູ່ຍາດພີ່ນ້ອງ ກໍຊ່ວຍເຫຼືອເວລາ ທີ່ຕົກທຸກໄດ້ຍາກ. ຖ້າວ່າເປັນຄົນທີ່ມັກເອົາປຽບຄົນອື່ນ ເຮັດສິ່ງໃດກໍຫາຜົນປະໂຫຍດ ໃສ່ຕົນເອງເປັນຄົນບໍ່ດີ ເຖິງຈະເປັນຄົນລ້ຳລວຍ ມີເງິນຄຳຫຼາຍ ບາດລຳບາກ ຫຼື ມີເລື່ອງເດືອດຮ້ອນມາ ກໍບໍ່ມີໃຜຊ່ວຍ ຜີເຫັນ ຫຼື ສັດເຫັນ ກໍຂ້າຊ້ຳ. ດັ່ງນັ້ນ, ເພີ່ນປຽບໃສ່ຄົນດີວ່າ ຄົນດີຜີບໍ່ຂ້າ ມ້າບໍ່ຢຽບ.

(ອ່ອນສີ, 2007:73)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!