Home » ປ່ອຍອ່ຽນລົງຕົມ

ປ່ອຍອ່ຽນລົງຕົມ

ໂດຍ ຄໍາສັບລາວ

ອ່ຽນເປັນສັດຊະນິດໜຶ່ງ ທີ່ຈັດເຂົ້າໃນປະເພດປາ ຄົນລາວມັກເອົາອ່ຽນມາແກງຊົ້ວ, ປີ້ງ. ທຳມະຊາດຂອງອ່ຽນມັກອາໄສຢູ່ຕາມຂີ້ຕົ້ມ ເມື່ອນຳເອົາອ່ຽນລົງໃສ່ຕົມ ອ່ຽນກໍຈະມັກ ແລະ ໜີໄປຢູ່ນຳຂີ້ຕົມ ຍາກທີ່ຈະຈັບກັບຄືນມາໄດ້ໃໝ່. ຄຳໂຕງໂຕຍນີ້, ໝາຍເຖິງຄົນ ທີ່ມັກສະແຫວງຫາສິ່ງໃດສິ່ງໜຶ່ງ ເມື່ອເປີດໂອກາດໃຫ້ກະທຳສິ່ງນັ້ນ ຫຼື ມີຊ່ອງທາງ ທີ່ຈະເຮັດສິ່ງທີ່ຕົນມັກ ກໍຈະຟ້າວເຮັດ.

(ດວງຈັນ, 1991:33)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!