ຄຳໂຕງໂຕຍ ປານບັກລາອີ່ມເຂົ້າຫຼາມ ໂດຍ ຄໍາສັບລາວ 08/08/2021 1.2K ຄຳໂຕງໂຕຍນີ້ ມີຄວາມໝາຍເຖິງ ຜູ້ທີ່ເຫັນແກ່ ຄວາມກິນເປັນໃຫຍ່ ໂດຍບໍ່ເບິ່ງ ຄວາມເໝາະສົມ ຂອງທ້ອງຕົນເອງ ວ່າຮັບໄດ້ຫຼາຍປານໃດ. ເພາະສະນັ້ນ, ເມື່ອກິນລົງໄປຫຼາຍ ຈິ່ງບໍ່ໄດ້ຮັບ ຜົນປະໂຫຍດຫຍັງ ສຸດທ້າຍ ອາຫານ ກໍອອກມາໝົດຄືເກົ່າ. ປຽບຄືກັນກັບຄົນ ທີ່ເຫັນແກ່ໄດ້ ໂດຍບໍ່ຄິດເຫັນຄົນອື່ນ. ສຸດທ້າຍ ກໍຖືກຕ້ານຄືນ ຈິ່ງເຮັດໃຫ້ ມີຄວາມເບື່ອໜ່າຍ. ດັ່ງກັບເລື່ອງເລົ່າ ທີ່ວ່າ: ໃນເມື່ອກ່ອນ ທ້າວລາ ກິນເຂົ້າຫຼາມ ເກີນຂີດບັນຫາຄັບທ້ອງ ຢູ່ບໍ່ໄດ້ນອນບໍ່ເປັນ, ຮາກໄລທ້ອງໄລໄສ້. ດັ່ງນັ້ນ, ເມື່ອເຫັນ ບັ້ງເຂົ້າຫຼາມລ້າໆ ກໍຍັງເບື່ອ ຫຼື ເຫັນກອກຢາ ທີ່ເຂົາຖິ້ມຢູ່ ກາງທາງ ກໍຍັງຄິດວ່າ ແມ່ນເຂົ້າຫຼາມ ຈຶ່ງຮາກອອກມາ. (ຫຸມພັນ, 2007:34) ຄຳໂຕງໂຕຍ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ເສືອເຖົ້າຈຳສິນ 01/08/2024 ເສືອສິງກະທິງແຮດ 28/03/2024 ເສືອເຊື່ອງເລັບ 23/02/2024 ເສືອນອນກິນ 20/02/2024 ຕີປ່າໃຫ້ເສືອຢ້ານ 05/12/2023 ໃຈດີສູ້ເສືອ 17/11/2023 ນ້ຳເພິ່ງເຮືອ ເສືອເພິ່ງປ່າ 06/11/2023 ໃຈບໍ່ກ້າ ບໍ່ໄດ້ຂີ່ຊ້າງງາ 25/09/2023 ຂີ້ຊ້າງລອດ ຂີ້ມອດຄ້າງ 19/09/2023 ຕີນຊ້າງຢຽບປາກນົກ 12/09/2023